ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດສານ, ຕຸລາການ

(VOVWORLD) - ການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຮຽງບ່າຮຽງໄລ່ພ້ອມກັບການນຳ ແລະ ປະຊາຊົນລາວ ບໍ່ພຽງແຕ່ໃນຊຸມປີຕໍ່ຕ້ານ...
ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດສານ, ຕຸລາການ - ảnh 1ທ່ານ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ແລະ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຂອງຄະນະການນຳສານປະຊາຊົນສູງສຸດ ຫວຽດນາມ ແຕ່ວັນທີ 9 -13 ສິງຫາ, ວັນທີ 12 ສິງຫາ, ທ່ານ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ ແລະ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ.

        ທີ່ການພົບປະກັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ, ທ່ານ ຫງວຽນຮ່ວາບິ່ງ ຢັ້ງຢືນວ່າ: ການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຮຽງບ່າຮຽງໄລ່ພ້ອມກັບການນຳ ແລະ ປະຊາຊົນລາວ ບໍ່ພຽງແຕ່ໃນຊຸມປີຕໍ່ຕ້ານ, ຕໍ່ສູ້ປົດປ່ອຍປະເທດຊາດ ເທົ່ານັ້ນ ຫາກຍັງທັງກິດຈະການ ແລະ ພັດທະນາປະເທດຊາດໃນປະຈຸບັນອີກດ້ວຍ; ທ່ານ ຫງວຽນຮ່ວາບິ່ງ ປາດຖະໜາຢາກເພີ່ມການຮ່ວມມືລະຫວ່າງສານປະຊາຊົນ, ດ້ານຕຸລາການສອງປະເທດ ເພື່ອສະກັດກັ້ນອາດຊະຍາກຳປະເພດຕ່າງໆຢ່າງມີປະສິດທິຜົນ.

        ເມື່ອເຂົ້າຢ້ຽມຂ່ຳນັບ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ, ທ່ານ ຫງວຽນຮ່ວາບິ່ງ ຢັ້ງຢືນວ່າ: ສານປະຊາຊົນສູງສຸດ ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອການຮ່ວມມືລະຫວ່າງສອງປະເທດ ເວົ້າລວມ, ສອງຂະແໜງການສານເວົ້າສະເພາະ, ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາເຂດຊາຍແດນຂອງສອງປະເທດ. ທ່ານ ປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ສະເໜີໃຫ້ຂະແໜງສານລາວ ແລະ ຫວຽດນາມ ຄວນສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ, ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃໝ່ຢ່າງທັນການ, ນຳເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນກໍ່ຄືຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ອຳນາດການປົກຄອງ, ການສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ ແລະ ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ