ຫວຽດ​ນາມ ສົ່ງ​ອອກ​ເກີນ​ດຸນ​ກ່​ວາ 9 ຕື້ USD ໃນ 11 ເດືອນ ປີ 2019

(VOVWORLD) -ອາເມລິກາສືບຕໍ່ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍວົງເງິນບັນລຸໄດ້ 55,6 ຕື້ USD, ຖັດຈາກນັ້ນ ແມ່ນ EU, ຈີນ, ອາຊຽນ, ຍີ່ປຸນ ແລະ ສ.ເກົາຫຼີ.
ຫວຽດ​ນາມ ສົ່ງ​ອອກ​ເກີນ​ດຸນ​ກ່​ວາ 9 ຕື້ USD ໃນ 11 ເດືອນ ປີ 2019 - ảnh 1ພາບປະກອບ (ພາບ: tapchitaichinh.vn) 

ຕາມບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ, ວົງເງິນສົ່ງອອກນຳເຂົ້າສິນຄ້າ 11 ເດືອນຕົ້ນປີ 2019 ບັນລຸໄດ້ປະມານເກືອບ 474 ຕື້ USD, ໃນນັ້ນວົງເງິນສົງອອກນຳເຂົ້າສິນຄ້າບັນລຸໄດ້ເກືອບ 241.5 ຕື້ USD. ດ້ວຍ ການສົ່ງອອກເກີນດຸນສະຖິຕິ ຢູ່ລະດັບກ່ວາ 9 ຕື້ USD ໃນ 11 ເດືອນ ແລະ ລະດັບການເຕີບໂຕສົ່ງອອກ ໃນ 11 ເດືອນເພີ່ມ 7,8% ເມື່ອທຽບໃສ່ໄລຍະດຽວກັນຂອງ ປີ ກາຍນີ້, ຄາດຄະເນວ່າ ໃນປີ 2019. ການເຄື່ອນໄຫວສົ່ງອອກນຳເຂົ້າຂອງ ຫວຽດນາມ ຈະສຳເລັດເປົ້າໝາຍທີ່ວາງງອກແມ່ນນຳລະດັບການເຕີບໂຕເພີ່ມຂຶ້ນ 7 – 8% ເມືື່ອທຽບໃສ່ປີ 2018, ຄວບຄຸມການນຳເຂົ້າເກີນດຸນຕ່ຳກ່ວາ 3% ຍອດວົງເງິນນຳເຂົ້າ ສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ