ຫວຽດ​ນາມ ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສິດ​ທິ​ມະ​ນຸດ​​ຂອງ AICHR ໃນ​ພາກ​ພື້ນ

(VOVWORLD) -  ໃນລະຫວ່າງວັນທີ 23 – 25 ພະຈິກ 2020 ໄດ້ດຳເນີນກອງປະຊຸມພິເສດທາງອອນລາຍ ຄັ້ງທີ 2 ປີ 2020 ຂອງ ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR), ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ AICHR ບັນດາປະເທດສະມາຊິກ ອາຊຽນ ແລະ ຄະນະເລຂາ ອາຊຽນ.
ຫວຽດ​ນາມ ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສິດ​ທິ​ມະ​ນຸດ​​ຂອງ AICHR ໃນ​ພາກ​ພື້ນ - ảnh 1ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ  (ພາບ: baoquocte.vn)

ນີ້ແມ່ນກອງປະຊຸມເປັນທາງການຄັ້ງສຸດທ້າຍໃນອາຍຸການເປັນປະທານ AICHR 2020 ຂອງ ຫວຽດນາມ, ສຸມໃສ່ສຳຫຼວດກວດຄືນສະພາບການຮ່ວມມື ແລະ ບັນດາເນື້ອໃນທີ່ຕ້ອງຜັນຂະຫຍາຍໃນປີ 2020, ກຳນົດທິດການຮ່ວມມືໃນປີ 2021 ແລະ ແລກປ່ຽນເພື່ອກະກຽມໃຫ້ແກ່ການພົບປະລະຫວ່າງ AICHR ກັບບັນດາຄູ່ຮ່ວມມື. ໃນຖານະເປັນປະທານ AICHR 2020, ທ່ານນາງເອກອັກຄະລັດຖະທູດ ຫງວຽນຖ໊າຍອຽນເຮືອງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຜັນຂະຫຍາຍບັນດາໂຄງການດຳເນີນງານ ແລະ ການເຄື່ອນໄຫວຮ່ວມມືກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃນ ອາຊຽນ, ຊົມເຊີຍບັນດາປະເທດໄດ້ຕັ້ງໜ້າສົມທົບກັນ ຮຽບຮຽງ ແລະ ຮັບຮອງເອົາເນື້ອໃນແຜນການປະຕິບັດງານ AICHR ໄລຍະ 2021 – 2025, ໂຄງການບຸລິມະສິດ AICHR 2021 ແລະ ເອກະສານແນະນຳກ່ຽວກັບການພົວພັນຕ່າງປະເທດ ຂອງ AICHR. ຫວຽດນາມ ຢັ້ງຢືນວ່າ ໃນຖານະເປັນປະທານ AICHR ເວົ້າສະເພາະ ແລະ ປະທານ ອາຊຽນ 2020 ເວົ້າລວມ ຈະສືບຕໍ່ສົມທົບກັບບັນດາປະເທດຢ່າງຕັ້ງໜ້າ ເພື່ອເພີ່ມທະວີຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື ຕໍ່ບັນດາຜົນກະທົບທີ່ສັບສົນ ແລະ ຫຼາຍສົ້ນຂອງໂລກລະບາດໂຄວິດ - 19, ຊຸກຍູ້ຄວາມຄືບໜ້າໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືສິດທິມະນຸດຂອງ AICHR ໃນພາກພື້ນ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງທັງປະຊາຄົມ ອາຊຽນ.

        ທີ່ກອງປະຊຸມ, ຫວຽດນາມ ໄດ້ມອບຕຳແໜ່ງ ປະທານ AICHR ໃຫ້ ບຣຸໄນ Darussalam ໃນປີ 2021 ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ