ຫວຽດນາມ ສວມບົດບາດສຳຄັນເຂົ້າໃນຜົນສຳເລັດລວມຂອງ GEF 6

(VOVWORLD) - ກອງປະຊຸມຄັ້ງທີ 6 ຂອງສະມັດຊາໃຫຍ່ກອງທຶນສິ່ງແວດລ້ອມທົ່ວໂລກ (GEF6) ແລະ ບັນດາເຫດການທີ່ກ່ຽວຂ້ອງຢູ່ນະຄອນ ດ່າໜັງ (ຫວຽດນາມ) ດຳເນີນໃນລະຫວ່າງວັນທີ 23 – 28 ມິຖຸນາ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. 
ຫວຽດນາມ ສວມບົດບາດສຳຄັນເຂົ້າໃນຜົນສຳເລັດລວມຂອງ GEF 6 - ảnh 1 ຫວຽດນາມ ສວມບົດບາດສຳຄັນເຂົ້າໃນຜົນສຳເລັດລວມຂອງ GEF 6

ກອງປະຊຸມຄັ້ງນີ້, ບັນດາການນຳຂັ້ນສູງ, ການນຳບັນດາອົງການສິ່ງແວດລ້ອມຂອງກ່ວາ 180 ປະເທດ; ອົງການຈັດຕັ້ງ, ອົງການການເງິນສາກົນ, ບັນດານັກຊ່ຽວຊານ, ນັກປາຖະກະຖາໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສິ່ງແວດລ້ອມຂອງໂລກໃຫ້ແກ່ການເຄື່ອນໄຫວໃນອາຍຸການ 4 ປີຕໍ່ໄປ.

        ເລື່ອງຈັດຕັ້ງກອງປະຊຸມສະມັດຊາໃຫຍ່ GEF 6 ໄດ້ສະແດງໃຫ້ເຫັນການເຕີບໃຫຍ່ຢ່າງແຮງຂອງ ຫວຽດນາມ ໃນການເຊື່ອມໂຍງກັບສິ່ງແວດລ້ອມທົ່ວໂລກ ແລະ ການພັດທະນາແບບຍືນຍົງ. ກໍ່ຜ່ານກອງປະຊຸມຄັ້ງນີ້, ຫວຽດນາມ ໄດ້ຢັ້ງຢືນວ່າແມ່ນປະເທດທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ໃຫ້ຄຳໝັ້ນສັນຍາຮ່ວມແຮງຮ່ວມໃຈກັບບັນດາອົງການຈັດຕັ້ງສາກົນ ແລະ ປະເທດຕ່າງໆໃນທົ່ວໂລກ ກ່ຽວກັບວຽກງານແກ້ໄຂບັນດາສິ່ງທ້າທາຍກ່ຽວກັບສິ່ງແວດລ້ອມທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ