ຫວຽດ​ນາມ ສວມບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ-ອາ​ຊຽນ

(VOVWORLD) - ໃນວັນທີ 22 ທັນວາ ເວັບໄຊ modernpolicy.eu ໄດ້ລົງບົດຂຽນຂອງທ່ານສາດສະດາຈານ Pankaj Jha ຢູ່ມະຫາວິທະຍາໄລ O.P Jindal Global (ອິນເດຍ), ໃນນັ້ນໄດ້ຕີລາຄາວ່າ ບົດບາດເປັນປະທານ ອາຊຽນ ຂອງ ຫວຽດນາມ, ອາເມເລິກາ ຈຶງເພີ່ມທະວີການກະທົບຊຶ່ງກັນແລະກັນກັບ ອາຊຽນ ໃນປີ 2020.
ຫວຽດ​ນາມ ສວມບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ-ອາ​ຊຽນ - ảnh 1ທ່ານ Mike pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ (ພາບ: TTXVN)

ກໍ່ຕາມທ່ານສາດສະດາຈານ Pankaj Jha ແລ້ວ, ການເຈລະຈາລະຫວ່າງ ອາເມລິກາ-ອາຊຽນ ຄັ້ງທີ 33, ໄດ້ຈັດຂຶ້ນໃນວັນທີ 4 ສິງຫາ ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາໄດ້ເນັ້ນໜັກວ່າ ຄວາມຈຳເປັນຂອງລະບຽບຫຼັກການທີ່ຈະແຈ້ງ ແລະ ໂປ່ງໃສແມ່ນອີງໃສ່ບົນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ແລະ ເຫັນດີກັບຄຳຕັດສິນປີ 2016 ຂອງສານອະນຸຍາໂຕຕຸລາການ (PCA) ໃນການຮ້ອງຟ້ອງກ່ຽວຂ້ອງເຖິງທະເລຕາເວັນອອກ.

ພາຍໃຕ້ການເປັນປະທານຂອງ ຫວຽດນາມ, ອາຊຽນ ສາມາດຮັບມືກັບໂລກລະບາດໂຄວິດ-19 ແລະ ອາເມລິກາ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ຄວາມອາດສາມາດຟື້ນຟູຂອງ ອາຊຽນ. ອາເມລິກາ ກໍ່ໃຫ້ຄຳໝັ້ນສັນຍາສະໜອງເງິນກວ່າ 87 ລ້ານ USD ໃຫ້ແກ່ການບໍລິການການແພດສຸກເສີນ, ຢຸກຢາ ແລະ ການເຄື່ອນໄຫວຊ່ວຍເຫຼືອປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນ ອາຊຽນ.

ຄຽງຄູ່ກັນນັ້ນ, ທ່ານ Pankaj Jha ຖືວ່າ ໂຄງການຮ່ວມມືກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ ລະຫວ່າງ ອົງການພັດທະນາສາກົນ ອາເມລິກາ (USAID) ແລະ 11 ມະຫາວິທະຍາໄລຂອງ ຫວຽດນາມ ຈະຊ່ວຍຫັນສະຖາບັນຄົ້ນຄ້ວາເຕັກໂນໂລຢີ ແລະ ເຕັກນິກຕ່າງໆຂອງ ຫວຽດນາມ ເປັນທັນສະໄໝ. ເລື່ອງນີ້ຈະຊຸກຍູ້ ຫວຽດນາມ ໃຫ້ກາຍເປັນສູນເຕັກໂນໂລຢີທີ່ຫາກໍ່ພົ້ນເດັ່ນຂຶ້ນຢູ່ ອາຊຽນ. ນອກຈາກນັ້ນ, ພາຍໃຕ້ບົດບາດນຳພາຂອງ ຫວຽດນາມ ໃນປີຜ່ານມາ, ອາຊຽນ ກໍ່ໄດ້ສະເໜີໃຫ້ມີການຄົ້ນຄ້ວາ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບຂົງເຂດການເດີນເຮືອກັບ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ