ຫວຽດ​ນາມ ​ສະ​ເໜີ​ອາ​ຊຽນຮ່ວມ​ມື ​ ໃນ​ການ​ປ້ອງ​ກັນ​ຕ້ານ​ເຊື້ອ​ພະ​ຍາດ​ nCoV 2019

(VOVWORLD) -ວັນທີ 4 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ປະທານາທິບໍດີ ອິນໂດເນເຊຍ Joko Widodo ກ່ຽວກັບການຮ່ວມມືລະຫວ່າງບັນດາປະເທດອາຊຽນເພື່ອແນໃສ່ຮັບມືກັບພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດ Corona ສາຍພັນໃໝ່ (2019 - nCoV).
ຫວຽດ​ນາມ ​ສະ​ເໜີ​ອາ​ຊຽນຮ່ວມ​ມື ​ ໃນ​ການ​ປ້ອງ​ກັນ​ຕ້ານ​ເຊື້ອ​ພະ​ຍາດ​ nCoV  2019 - ảnh 1ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ປະທານາທິບໍດີ ອິນໂດເນເຊຍ Joko Widodo ກ່ຽວກັບການຮ່ວມມືລະຫວ່າງບັນດາປະເທດອາຊຽນເພື່ອແນໃສ່ຮັບມືກັບ nCoV (ພາບ: Chinhphu.vn)

ທ່ານປະທານາທິບໍດີ Joko Widodo ໄດ້ຕີລາຄາສູງຕໍ່ເລື່ອງລັດຖະບານ ຫວຽດນາມ ໄດ້ມີບັນດາມາດຕະການຢ່າງວ່ອງໄວ, ຄົບຊຸດເພື່ອສະກັດກັ້ນຄວບຄຸມ ແລະ ປ້ອງກັນ, ຕ້ານການແຜ່ລະບາດຂອງເຊື້ອພະຍາດ; ພ້ອມທັງເຊື່ອໝັ້ນວ່າ ຫວຽດນາມ ມີຄວາມສາມາດສະກັດກັ້ນສຳເລັດເຊື້ອພະຍາດນີ້ໄດ້ສຳເລັດ. ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງວ່າ ອິນໂດເນເຊຍ ເປັນໜຶ່ງໃນບັນດາປະເທດທີ່ໄດ້ຜັນຂະຫຍາຍບັນດາມາດຕະການສະກັດກັ້ນເຊື້ອພະຍາດຢ່າງວ່ອງໄວ, ມາຮອດປັດຈຸບັນຍັງບໍ່ທັນກວດພົບກໍລະນີໃດທີ່ຖືກຕິດເຊື້ອໄວຣັດ nCoV.

        ການນຳສອງທ່ານໄດ້ເຫັດດີເປັນເອກະພາບວ່າ ບັນດາປະເທດສະມາຊິກຂອງ ອາຊຽນຄວນເປັນເຈົ້າການໃນການສົມທົບກັນ, ປະສານງານ ຂອງແຕ່ລະປະເທດ ໃຫ້ຖືກຕ້ອງຕາມເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນຫົວຂໍ້ຂອງ ອາຊຽນໃນປີນີ້, ເພື່ອແນໃສ່ຊອກຫາບັນດາວິທີການແກ້ໄຂລວມ, ແບ່ງປັນຄວາມຮັບຜິດຊອບໃນການຮັບມືກັບເຊື້ອພະຍາດທີ່ລະບາດໃນ ພາກພື້ນ. ບັນດາປະເທດອາຊຽນໄດ້ມີປະສົບການອັນລ້ຳຄ່າໃນການສົມທົບກັນຮັບມືກັບເຊື້ອພະຍາດ SARS ປີ 2003ມາ ແລ້ວ, ດັ່ງນັ້ນຄວນສືບຕໍ່ເສີມຂະຫຍາຍລັກສະນະເປັນເຈົ້າການ,ຕັ້ງໜ້າຮັບມືກັບເຊື້ອພະຍາດ nCoV ຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ