ຫວຽດ​ນາມ ສະ​ເໜີ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ຂອງ​ກຳ​ລັງ​ປ້ອງ​ກັນ​ອາ​ກາດ ບັນ​ດາ​ປະ​ເທດ ອາ​ຊຽນ ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ

(VOVWORLD) -ທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນບັນດາປະເທດ ໄດ້ແລກປ່ຽນກ່ຽວກັບຫົວຂໍ້ “ຫັນຄວາມສາມາດ ແລະ ການຮ່ວມມືເປັນດີທີ່ສຸດ ເພື່ອຮັບມືກັບບັນດາສິ່ງທ້າທາຍໃໝ່”. 
ຫວຽດ​ນາມ ສະ​ເໜີ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ຂອງ​ກຳ​ລັງ​ປ້ອງ​ກັນ​ອາ​ກາດ ບັນ​ດາ​ປະ​ເທດ ອາ​ຊຽນ ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ - ảnh 1ທ່ານພົນຕີ ຫວູວັນຄາ, ຜູ້ຮັກສາການ ບັນຊາການເຫຼົ່າທັບປ້ອງກັນອາກາດ ຫວຽດນາມ ເຂົ້າຮ່ວມ AACC – 18 (ພາບ: qdnd.vn)

ວັນທີ 16 ກັນຍາ, ຢູ່ກອງປະຊຸມບັນຊາການກອງທັບອາກາດ ບັນດາປະເທດ ອາຊຽນ ຄັ້ງທີ 18 (AACC - 18) ໄດ້ດຳເນີນຕາມຮູບແບບທາງໄກ ພາຍໃຕ້ການເປັນປະທານຂອງທ່ານ ພົນເອກ ແອບູນ ສຸດທິວັນ, ຜູ້ບັນຊາການກອງທັບອາກາດລາຊະອານາຈັກ ໄທ. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ AACC – 18 ໂດຍທ່ານພົນຕີ ຫວູວັນຄາ, ຜູ້ຮັກສາການ ບັນຊາການເຫຼົ່າທັບປ້ອງກັນອາກາດເປັນຫົວໜ້າຄະນະ.

ທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນບັນດາປະເທດ ໄດ້ແລກປ່ຽນກ່ຽວກັບຫົວຂໍ້ “ຫັນຄວາມສາມາດ ແລະ ການຮ່ວມມືເປັນດີທີ່ສຸດ ເພື່ອຮັບມືກັບບັນດາສິ່ງທ້າທາຍໃໝ່”. ທ່ານພົນຕີ ຫວູວັນຄາ, ຫົວໜ້າຄະນະຜູ້ແທນຫວຽດນາມ, ໄດ້ສະເໜີເພີ່ມທະວີກຳລັງແຮງສັງລວມ ຂອງກຳລັງກອງທັບອາກາດບັນດາປະເທດ ອາຊຽນ ໃນການຮັບມືກັບໄພທຳມະຊາດ, ໂລກລະບາດໂຄວິດ - 19 ກໍ່ຄືຮັບມືກັບບັນດາສິ່ງທ້າທາຍໃຫຍ່ກ່ຽວກັບຄວາມໝັ້ນຄົງໃນພາກພື້ນ ບົນຈິດໃຈສາມັກຄີ, ຮ່ວມມືກັນລະຫວ່າງບັນດາປະເທດສະມາຊິກ ອາຊຽນ ກັບປະເທດຕ່າງໆໃນພາກພື້ນ ກໍ່ຄືໃນໂລກ.

ທ່ານພົນຕີ ຫວູວັນຄາ ເນັ້ນໜັກວ່າ: ເຫຼົ່າທັບປ້ອງກັນອາກາດຫວຽດນາມ ປາດຖະໜາຢາກຊຸກຍູ້ກ່ວາອີກ ການເຄື່ອນໄຫວຮ່ວມມືສອງຝ່າຍ ກັບກຳລັງອາກາດບັນດາປະເທດ ອາຊຽນ ໃນບັນດາຂົງເຂດຄື ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຈັດຕັ້ງບັນດາໂຄງການແລກປ່ຽນພົວພັນນາຍທະຫານໜຸ່ມ; ສຶກສາ ແລະ ບຳລຸງສ້າງ, ແບ່ງປັນບົດຮຽນປະສົບການດ້ານວິຊາການກ່ຽວກັບຄວາມປອດໄພໃນການບິນ, ສາທາລະນະສຸກການບິນ, ການກູ້ໄພກູ້ຊີບທາງອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ