ຫວຽດນາມ ສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນກ່ຽວກັບອະທິປະໄຕ, ສິດອະທິປະໄຕແລະສິດອຳນາດສານຢູ່ທະເລຕາເວັນອອກຜ່ານການທູດແລະນິຕິກຳ

(VOVWORLD) -ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກແມ່ນຈະແຈ້ງ ແລະ ສະເໝີຕົ້ນສະເໝີພາຍ
ຫວຽດນາມ ສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນກ່ຽວກັບອະທິປະໄຕ, ສິດອະທິປະໄຕແລະສິດອຳນາດສານຢູ່ທະເລຕາເວັນອອກຜ່ານການທູດແລະນິຕິກຳ - ảnh 1ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ
(ພາບ: ກະຊວງການຕ່າງປະເທດຫວຽດນາມ)

ວັນທີ 12 ກໍລະກົດ, ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ກ່ຽວກັບຄຳວິຈານຂອງຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີແຫ່ງສານອະນຸຍາໂຕຕຸລາການໃນເຫດຮ້ອງຟ້ອງກ່ຽວກັບທະເລຕາເວັນອອກ ອອກຄຳຕັດສິນສຸດທ້າຍ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກແມ່ນຈະແຈ້ງ ແລະ ສະເໝີຕົ້ນສະເໝີພາຍ, ຕາມນັ້ນແລ້ວ ຍາມໃດຫວຽດນາມ ກໍ່ສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນກ່ຽວກັບອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານຢູ່ທະເລຕາເວັນອອກ ຜ່ານບັນດາວິວັດທະນາການທາງການທູດ ແລະ ນິຕິກຳ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ ແລະ ແກ້ໄຂບດ້ວຍບັນດາມາດຕະການ, ວິທີການສັນຕິວິທີ ທີ່ເໝາະສົມກັບກົດບັດສະຫະປະຊາຊາດ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (ສົນທິສັນຍາ). ດ້ວຍຖານະເປັນສະມາຊິກຂອງສົນທິສັນຍາ ແລະ ປະເທດຢູ່ເຂດແຄມທະເລຕາເວັນອອກ, ຫວຽດນາມ ສະເໜີໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງເຄົາລົບ ແລະ ປະຕິບັດບັນດາພັນທະນິຕິກຳຂອງຕົນຢ່າງຄົບຖ້ວນທີ່ໄດ້ກຳນົດໃນສົນທິສັນຍາ, ພ້ອມກັນຮ່ວມມື, ປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ທະເລຕາເວັນອອກ ໂດຍອີງຕາມກົດໝາຍສາກົນ.

        ເນື່ອງໃນໂອກາດນີ້, ທ່ານນາງໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ ກໍ່ຢືນຢັນຄືນໃໝ່ຫຼັກໝັ້ນຂອງຫວຽດນາມ ທີ່ມີຕໍ່ບັນຫາອະທິປະໄຕສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແລະ ບັນດາເຂດທະເລຂຶ້ນກັບອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງຫວຽດນາມ ເຊິ່ງກຳນົດບົນພື້ນຖານສົນທິສັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ