ຫວຽດນາມ ສະໜັບສະໜູນບົດບາດຕັ້ງໜ້າຂອງຄະນະປະຕິບັດງານສະຫະປະຊາຊາດໜູນຊ່ວຍອີຣັກ

(VOVWORLD) -ທ່ານເອກອັກຄະລັດຖະທູດ ກໍ່ສະແດງຄວາມວິຕົກກັງວົນຕໍ່ການຜັນແປຂອງໂລກລະບາດໂຄວິດ-19, ບັນດາເຫດບຸກໂຈມຕີໃສ່ສາມັນຊົນ ແລະ ສະພາບການມະນຸດສະທຳຢູ່ອີຣັກ.

ຫວຽດນາມ ສະໜັບສະໜູນບົດບາດຕັ້ງໜ້າຂອງຄະນະປະຕິບັດງານສະຫະປະຊາຊາດໜູນຊ່ວຍອີຣັກ - ảnh 1 (ກອງປະຊຸມທາງອອນລາຍເປີດກ່ຽວກັບສະພາບການຢູ່ອີຣັກ)

ວັນທີ 24 ພະຈິກ (ຕາມເວລາ ນິວຢອກ, ອາເມລິກາ), ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍເປີດກ່ຽວກັບສະພາບການຢູ່ອີຣັກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບບັນດາຄວາມມານະພະຍາຍາມຂອງລັດຖະບານ ອີຣັກ ແລະ ບັນດາຄວາມຄືບໜ້າທີ່ບັນລຸໄດ້ຢູ່ ອີຣັກ ໃນໄລຍະຜ່ານມາ. ທ່ານເອກອັກຄະລັດຖະທູດ ກໍ່ສະແດງຄວາມວິຕົກກັງວົນຕໍ່ການຜັນແປຂອງໂລກລະບາດໂຄວິດ-19, ບັນດາເຫດບຸກໂຈມຕີໃສ່ສາມັນຊົນ ແລະ ສະພາບການມະນຸດສະທຳຢູ່ອີຣັກ. ທ່ານເອກອັກຄະລັດຖະທູດຖືວ່າ, ໜ້າທີ່ແຖວໜ້າແມ່ນຕ້ອງປົກປ້ອງປະຊາຊົນ ແລະ ຢືນຢັນວ່າ ຫວຽດນາມ ຕັ້ງໜ້າສະໜັບສະໜູນບົດບາດຂອງຄະນະປະຕິບັດງານສະຫະປະຊາຊາດໜູນຊ່ວຍອີຣັກ, ບັນດາອົງການຈັດຕັ້ງຂອງສະຫະປະຊາຊາດ ແລະ ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາໜູນຊ່ວຍໃຫ້ແກ່ອີຣັກ. ທ່ານ ດັ້ງດິ່ງກຸຍ ເນັ້ນໜັກວ່າ, ຄວນຮັບປະກັນການເຄົາລົບເອກະລາດດ້ານການເມືອງ, ຄວາມເປັນເອກະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງອີຣັກ.

ຕອບກັບ

ຂ່າວ/ບົດ​ອື່ນ