ຫວຽດນາມ ສະໜັບສະໜູນແຜນການຂອງ ສປຊ ກ່ຽວກັບສັນຕິພາບໃຫ້ເຢແມນ

(VOVWORLD) - ວັນທີ 14 ພຶດສະພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ດຳເນີນກອງປະຊຸມອອນລາຍ ເພືຶ່ອປຶກສາຫາລືກ່ຽວກັບສະພາບການ ເຢແມນ ໃນ 1 ເດືອນຜ່ານມາ. 
ຫວຽດນາມ ສະໜັບສະໜູນແຜນການຂອງ ສປຊ ກ່ຽວກັບສັນຕິພາບໃຫ້ເຢແມນ - ảnh 1 ທ່ານ ດັ້ງດີ່ງກຸຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ  (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດີ່ງກຸຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປໃນໄລຍະມໍ່ໆມານີ້, ໃນນັ້ນ ມີສະພາບມະນຸດສະທຳຢູ່ ເຢແມນ; ສະໜັບສະໜູນແຜນການສັນຕິພາບ 3 ຂໍ້ຂອງສະຫະປະຊາຊາດ ສຳລັບບັນຫາ ເຢແມນ; ສະເໜີໃຫ້ບັນດາຝ່າຍຢູ່ ເຢແມນ ຢຸດຍິງໃນທັນທີ; ສະໜັບສະໜູນການຈັດຕັ້ງກອງປະຊຸມບັນດາຜູ້ອຸປະຖຳໃຫ້ແກ່ ເຢແມນ ໃນຕົ້ນເດືອນ ມິຖຸນາ 2020; ເນັ້ນໜັກເຖິງພັນທະໃນການປົກປ້ອງສາມັນຊົນ, ເປັນຕົ້ນແມ່ນແມ່ຍິງ ແລະ ເດັກນ້ອຍ; ຮຽກຮ້ອງໃຫ້ບັນດາຝ່າຍປະຕິບັດຂໍ້ຕົກລົງ Stockhokm  ແລະ ຂໍ້ຕົກລົງ Ryadh ຢ່າງເຂັ້ມງວດ, ສືບຕໍ່ພົບປະເຈລະຈາ ແລະ ກ້າວໄປເຖິງມາດຕະການດ້ານການເມືອງຮອບດ້ານ ດ້ວຍບົດບາດເປັນກາງຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ