ຫວຽດ​ນາມ - ສ.ເກົາຫຼີ ຖື​ເປັນ​ສຳ​ຄັນການ​ຮັກ​ສາ ແລະ ພັດ​ທະ​ນາ​ສາຍ​ພ​ົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

(VOVWORLD) -   ຕອນເຊົ້າວັນທີ 23 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Chung Eui Yong ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການນັບແຕ່ວັນທີ 21 – 23 ມິຖຸນາ.
ຫວຽດ​ນາມ - ສ.ເກົາຫຼີ ຖື​ເປັນ​ສຳ​ຄັນການ​ຮັກ​ສາ ແລະ ພັດ​ທະ​ນາ​ສາຍ​ພ​ົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ - ảnh 1 ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Chung Eui Yong (ພາບ: VOV)

ລັດຖະມົນຕີສອງປະເທດຢັ້ງຢືນວ່າ ຖືເປັນສຳຄັນການຮັກສາ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ໃຫ້ຫຼາຍກວ່າອີກ; ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດ; ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງໃຫ້ຫຼາຍກວ່າອີກ, ຊຸກຍູ້ການຮ່ວມມືລະຫວ່າງບັນດາຂະແໜງການ ແລະ ທ້ອງຖິ່ນ; ຮ່ວມມືກັນຕ້ານໂລກລະບາດໂຄວິດ - 19; ເປີດກວ້າງການຮ່ວມມື, ລົງທຶນ, ການຄ້າ, ຊ່ວຍເຫຼືອກັນພັດທະນາ ແລະ ປົກປ້ອງພົນລະເມືອງ. ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ສອງຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ຮ່ວມມືຢ່າງມີປະສິດທິຜົນໃນບັນດາກົນໄກຫຼາຍຝ່າຍ; ສົມທົບກັນຢ່າງຕັ້ງໜ້າເພື່ອໃຫ້ ຫວຽດນາມ ສວມບົດບາດເປັນປະເທດປະສານງານ ອາຊຽນ - ສ.ເກົາຫຼີ ນັບແຕ່ເດືອນ ສິງ ຫາ 2021 ນີ້ ໄດ້ເປັນຢ່າງດີ; ສະໜັບສະໜູນການຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ, ສອດຄ່ອງກັບກົດໝາຍສາກົນ; ສືບຕໍ່ເສີມຂະຫຍາຍ, ປະກອບສ່ວນເຂົ້າໃນການຊຸກຍູ້ການເຈລະຈາ, ການຮ່ວມມືໃນແຫຼມເກົາຫຼີ. ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊິນ ກໍສະເໜີ ໃຫ້ ສ.ເກົາຫຼີ ສືບຕໍ່ເສີມຂະຫຍາຍ, ເປີດກວ້າງການຮ່ວມມືທາງດ້ານແຮງງານ, ວິທະຍາສາດ, ເຕັກໂນໂລຢີ; ພ້ອມກັນຊຸກຍູ້ການຮ່ວມມືຄົ້ນຄວ້າ, ຜະລິດ ແລະ ຊ່ວຍເຫຼືອ ຫວຽດນາມ ສຳຜັດກັບວັກຊີນກັນພະຍາດໂຄວິດ - 19.

ຫວຽດ​ນາມ - ສ.ເກົາຫຼີ ຖື​ເປັນ​ສຳ​ຄັນການ​ຮັກ​ສາ ແລະ ພັດ​ທະ​ນາ​ສາຍ​ພ​ົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ - ảnh 2ລັດຖະມົນຕີການຕ່າງປະເທດສອງປະເທດ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍ ໂຄງການຮັບມືກັບໂລກລະບາດໂຄວິດ - 19 (ພາບ: VOV)
  ສ່ວນທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Chung Eui Yong ເນັ້ນໜັກວ່າ ສ.ເກົາຫຼີ ຈະແມ່ນຄູ່ຮ່ວມມືໃກ້ຊິດສະໜິດສະໜົມຂອງ ຫວຽດນາມ ໃນວິວັດທະນາການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ. ສິ້ນສຸດການເຈລະຈາ, ລັດຖະມົນຕີການຕ່າງປະເທດສອງປະເທດ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍ ໂຄງການຮັບມືກັບໂລກລະບາດໂຄວິດ - 19 ລະຫວ່າງ ສະຖາບັນອະນາໄມລະບາດວິທະຍາສູນກາງ ແລະ ອົງການຮ່ວມມືສາກົນ ສ.ເກົາຫຼີ. 

ຕອບກັບ

ຂ່າວ/ບົດ​ອື່ນ