ຫ​ວຽດ​ນາມ - ອັງ​ກິດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ການນຳລັດຖະບານ, ສະພາແຫ່ງຊາດອັງກິດຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງຕັ້ງໜ້າທີ່ສຸດ, ເປັນຕົ້ນແມ່ນນັບແຕ່ເວລາສົນທິສັນຍາການຄ້າເສລີ ຫວຽດນາມ  ອັງກິດ (UKVFTA) ໄດ້ຮັບການລົງນາມ ແລະ ມີຜົນບັງຄັບໃຊ້. 
ຫ​ວຽດ​ນາມ - ອັງ​ກິດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)

ຄະນະຜູ້ແທນພັກກອມມູນິດຫວຽດນາມໂດຍທ່ານເຈິ່ນຕວັນແອັງ, ຫົວໜ້າຄະນະເສດຖະກິດສູນກາງ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ອັງກິດໃນລະຫວ່າງວັນທີ 10 – 15 ສິງຫາ. ໃນໄລຍະປະຕິບັດການຢ້ຽມຢາມ, ຄະນະໄດ້ມີການພົບປະ, ແລກປ່ຽນກັບທ່ານ Graham Stuart ລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ, ຮັບຜິດຊອບເອີລົບ, ທ່ານ Nigel Evans ຮອງປະທານສະພາຕ່ຳ ອັງກິດ, ທ່ານ Nigel Adams ລັດຖະມົນຕີຫ້ອງວ່າການລັດຖະບານ ອັງກິດ, ທ່ານ Richard Fuller ຮອງລັດຖະມົນຕີກະຊວງການເງິນອັງກິດ, ທ່ານ Robert Griffiths  ເລຂາທິການໃຫຍ່ ພັກກອມມູນິດ ອັງກິດ.

ການນຳລັດຖະບານ, ສະພາແຫ່ງຊາດອັງກິດຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງຕັ້ງໜ້າທີ່ສຸດ, ເປັນຕົ້ນແມ່ນນັບແຕ່ເວລາສົນທິສັນຍາການຄ້າເສລີ ຫວຽດນາມ  ອັງກິດ (UKVFTA) ໄດ້ຮັບການລົງນາມ ແລະ ມີຜົນບັງຄັບໃຊ້. ປະຊາຄົມວິສາຫະກິດ ອັງກິດສະແດງຄວາມເຊື່ອໝັ້ນວ່າ: ການຢ້ຽມຢາມຂອງຄະນະຈະປະກອບສ່ວນສຳຄັນເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວສຳຫຼວດກວດກາ ຕະຫຼາດເພື່ອແນໃສ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລົງທຶນຢູ່ ຫວຽດນາມ ໃນຂົງເຂດພະລັງງານຜະລິດຄືນໃໝ່, ເປັນຕົ້ນແມ່ນໄຟຟ້າແຮງລົມຢູ່ນອກຊາຍຝັ່ງທະເລ.

ສ່ວນບັນດາອົງການເສດຖະກິດ, ການເງິນຂອງລັດຖະບານ ອັງກິດກໍ່ຄືອົງການຈັດຕັ້ງການເງິນ, ສິນເຊື່ອ, ທະນາຄານອັງກິດກໍ່ສະແດງການສະໜັບສະໜູນຢ່າງແຮງ ແລະ ພ້ອມແລ້ວທີ່ຈະປະກອບແຫຼ່ງກຳລັງການເງິນ ເພື່ອແນໃສ່ຫັນບັນດາແຜນນະໂຍບາຍ, ການກຳນົດທິດນະໂຍບາຍຂອງ ຫວຽດນາມ ໃນຂົງເຂດເສດຖະກິດໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ