ຫວຽດນາມ, ອິນໂດເນເຊຍ ຮຽກຮ້ອງແກ້ໄຂບັນຫາ Abyei ໂດຍສັນຕິວິທີ

(VOVWORLD) -ອິນໂດເນເຊຍ ແລະ ຫວຽດນາມ ຊົມເຊີຍຄວາມມານະພະຍາຍາມຂອງສະຫະປະຊາຊາດ, ບັນດາອົງການຈັດຕັ້ງ ແລະ ບັນດາປະເທດຢູ່ພາກພື້ນໃນການຊຸກຍູ້ການເຈລະຈາກ່ຽວກັບ Abyei
ຫວຽດນາມ, ອິນໂດເນເຊຍ ຮຽກຮ້ອງແກ້ໄຂບັນຫາ Abyei ໂດຍສັນຕິວິທີ - ảnh 1(ກອງປະຊຸມເປີດປະຈຳໄລຍະກ່ຽວກັບສະພາບການຢູ່ເຂດເກີດການຂັດແຍ້ງກັນ Abyei)

ວັນທີ 22 ຕຸລາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມເປີດປະຈຳໄລຍະກ່ຽວກັບສະພາບການຢູ່ເຂດເກີດການຂັດແຍ້ງກັນ Abyei ແລະຫວ່າງ ຊູດັງ ແລະ ຊູດັງໃຕ້; ກໍ່ຄືກ່ຽວກັບການເຄື່ອນໄຫວຂອງກຳລັງຄວາມໝັ້ນຄົງຊົ່ວຄາວຂອງສະຫະປະຊາຊາດ ປະຈຳ Abyei.

        ທີ່ກອງປະຊຸມ, ໃນບົດກ່າວປາໄສຮ່ວມຂອງຫວຽດນາມ ແລະ ອິນໂດເນຍເຊຍ, ທ່ານເອກອັກຄະລັດຖະທູດ Dian Triansyah Djani, ຫົວໜ້າຄະນະຜູ້ຕາງໜ້າອິນໂດເນເຊຍ ປະຈຳສະຫະປະຊາຊາດ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ ຊູດັງ ແລະ ຊູດັງໃຕ້ ໃນການຊຸກຍູ້ວິວັດທະການຂ້າມຜ່ານຢູ່ແຕ່ລະປະເທດ, ໃນນັ້ນມີບັນດາຄວາມມານະພະຍາຍາມໄກ່ເກ່ຍຢ່າງມີປະສິດທິຜົນ. ອິນໂດເນເຊຍ ແລະ ຫວຽດນາມ ຊົມເຊີຍຄວາມມານະພະຍາຍາມຂອງສະຫະປະຊາຊາດ, ບັນດາອົງການຈັດຕັ້ງ ແລະ ບັນດາປະເທດຢູ່ພາກພື້ນໃນການຊຸກຍູ້ການເຈລະຈາກ່ຽວກັບ Abyei; ສະໜັບສະໜູນການຕໍ່ກຳນົດ UNISFA ເພື່ອແນໃສ່ຮັກສາສະຖຽນລະພາບຢູ່ Abyei ກໍ່ຄືຊຸກຍູ້ການເຈລະຈາ, ຮ່ວມມື ແລະ ມິດຕະພາບລະຫວ່າງຊູດັງ ແລະ ຊູດັງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ