ຫວຽດນາມ ຮັກສາທ່າເຕີບໂຕເສດຖະກິດໃນສະພາບເກີດໂລກລະບາດໂຄວິດ-19

(VOVWORLD) -ທ່ານນາງລັດຖະມົນຕີການເງິນອິນໂດເນເຊຍ Sri Mulyani Indrawati ຊີ້ແຈ້ງວ່າ, ໄລ່ມາຮອດຈຸດເວລານີ້, ໃນທົ່ວໂລກມີພຽງແຕ່ 2 ປະເທດທີ່ສາມາດຮັກສາ ທ່າເຕີບໂຕເສດຖະກິດທີ່ຕັ້ງໜ້າໃນໄລຍະເກີດໂລກລະບາດໂຄວິດ-19, ນັ້ນແມ່ນຫວຽດນາມ ແລະ ຈີນ.

ຫວຽດນາມ ຮັກສາທ່າເຕີບໂຕເສດຖະກິດໃນສະພາບເກີດໂລກລະບາດໂຄວິດ-19 - ảnh 1  ທ່ານນາງລັດຖະມົນຕີການເງິນອິນໂດເນເຊຍ Sri Mulyani Indrawati

(ພາບ: Tempo)

ວັນທີ 24 ພະຈິກ, ກ່າວຄຳເຫັນທີ່ກອງປະຊຸມທາງອອນລາຍຂອງລັດຖະບານອິນໂດເນເຊຍ, ທ່ານນາງລັດຖະມົນຕີການເງິນອິນໂດເນເຊຍ Sri Mulyani Indrawati ຊີ້ແຈ້ງວ່າ, ໄລ່ມາຮອດຈຸດເວລານີ້, ໃນທົ່ວໂລກມີພຽງແຕ່ 2 ປະເທດທີ່ສາມາດຮັກສາ ທ່າເຕີບໂຕເສດຖະກິດທີ່ຕັ້ງໜ້າໃນໄລຍະເກີດໂລກລະບາດໂຄວິດ-19, ນັ້ນແມ່ນຫວຽດນາມ ແລະ ຈີນ. ທ່ານນາງ Sri Mulyani Indrawati ໃຫ້ຮູ້ວ່າ, ໄຕມາດທີ 2 ປີ 2020 ແມ່ນຈຸດເວລາທີ່ບັນດາປະເທດຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຮ້າຍແຮງທີ່ສຸດຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ, ແຕ່ພື້ນຖານເສດຖະກິດຂອງຫວຽດນາມ ຍັງຄົງຕົວໄດ້. ທ່ານນາງ Sri Mulyani Indrawati ຖືວ່າ, ເລື່ອງລັດຖະບານຫວຽດນາມ ສາມາດຄວບຄຸມໂລກລະບາດໄດ້ນັ້ນ ເປັນການຊ່ວຍໃຫ້ປະເທດນີ້ຮັກສາທ່າເຕີບໂຕເປັນບວກໃນປີ 2020, ໃນຂະນະທີ່ບັນດາປະເທດຢູ່ທະວີບອາເມລິກາ ແລະ ເອີລົບ ໄດ້ຮັບການຄາດຄະເນວ່າຈະເຕີບໂຕເປັນລົບໃນປີ 2020 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ