ຫວຽດ​ນາມ ຮັບ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ Sputnik V ຂອງ ລັດ​ເຊຍ

(VOVWORLD) -ສອງຝ່າຍຢັ້ງຢືນວ່າ ຈະມານະພະຍາຍາມຊີ້ນຳບັນດາກະຊວງ, ຂະແໜງການສຸມໃສ່ຜັນຂະຫຍາຍບົດບັນທຶກກອງປະຊຸມ, ເສີມຂະຫຍາຍປະສິດທິຜົນຂອງກົນໄກຮ່ວມມືຄະນະກຳມະການລະຫວ່າງລັດຖະບານ, ໃນນັ້ນສຸມໃສ່ຂົງເຂດປາຍແຫຼມ ແລະ ເປັນມູນເຊື້ອຂອງສອງປະເທດ.
ຫວຽດ​ນາມ ຮັບ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ Sputnik V ຂອງ ລັດ​ເຊຍ - ảnh 1ການເຮັດວຽກລະຫວ່າງ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທ່ງ ແລະ ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Dmitry Chernyshenko

ໃນຂອບເຂດການຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢ່າງເປັນທາງການ, ຕອນບ່າຍວັນທີ 01 ທັນວາ, ຢູ່ສຳນັກງານລັດຖະບານ ລັດເຊຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທ່ງ ໄດ້ມີການເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Dmitry Chernyshenko. ສອງຝ່າຍຢັ້ງຢືນວ່າ ຈະມານະພະຍາຍາມຊີ້ນຳບັນດາກະຊວງ, ຂະແໜງການສຸມໃສ່ຜັນຂະຫຍາຍບົດບັນທຶກກອງປະຊຸມ, ເສີມຂະຫຍາຍປະສິດທິຜົນຂອງກົນໄກຮ່ວມມືຄະນະກຳມະການລະຫວ່າງລັດຖະບານ, ໃນນັ້ນສຸມໃສ່ຂົງເຂດປາຍແຫຼມ ແລະ ເປັນມູນເຊື້ອຂອງສອງປະເທດ.

        ພາຍຫຼັງການພົບປະ, ການນຳສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືບາງສະບັບລະຫວ່າງສອງປະເທດໃນຂົງເຂດພະລັງງານ, ນ້ຳມັນອາຍແກັດ, ວັດທະນະທຳ ແລະ ສາທາລະນະສຸກ. ກຸ່ມບໍລິສັດ T&T ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບກອງທຶນລົງທຶນໂດຍກົງ ລັດເຊຍ (RDIF) ແລະ ກຸ່ມບໍລິສັດ Binnopharm ກ່ຽວກັບການຖ່າຍທອດເຕັກໂນໂລຢີຜະລິດ, ສ້າງຮາກຖານຜະລິດວັກຊິນກັນພະຍາດໂຄວິດ - 19 Sputnik V ຄົບວົງຈອນ ຢູ່ ຫວຽດນາມ; ພ້ອມທັງຖ່າຍທອດເຕັກໂນໂລຢີຜະລິດ, ສ້າງຕັ້ງສູນຄົ້ນຄວ້າ ແລະ ຮາກຖານຜະລິດຄົບວົງຈອນຢູ່ ຫວຽດນາມ ເພື່ອຜະລິດຜະລິດຕະພັນການຢາຮັບໃຊ້ໃຫ້ແກ່ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຜະລິດຕະພັນການຢາຊະນິດອື່ນໆອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ