ຫວຽດ​ນາມ ຮັບ​ວັກ​ຊິນ​ກັນ​ພະ​ຍາ​ດ​ໂຄ​ວິດ - 19 Sinopharm ຈຳ​ນວນ 500.000 ໂດ​ສ

(VOVWORLD) - ວັນທີ 20 ມີຖຸນາ, ຫວຽດນາມ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 Vero-Cell ຂອງ Sinopharm ຈຳນວນ 500.000 ໂດສ ແລະ ເຂັມສັກຢາໃຊ້ເທື່ອດຽວ ຈຳນວນ 502.400 ອັນ.
ຫວຽດ​ນາມ ຮັບ​ວັກ​ຊິນ​ກັນ​ພະ​ຍາ​ດ​ໂຄ​ວິດ - 19 Sinopharm ຈຳ​ນວນ 500.000 ໂດ​ສ - ảnh 1ທ່ານເອກອັກຄະລັດຖະທູດ ຊຸງບົວ ຈີນ ປະຈຳ ຫວຽດນາມ ແລະ ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ ມອບບົດບັນທຶກວ່າດ້ວຍການມອບ - ຮັບວັກຊິນ (ພາບ: ກະຊວງສາທາລະນະສຸກ)

ຕອນບ່າຍວັນທີ 20 ມິຖຸນາ, ຢູ່ສະໜາມບິນສາກົນ ໂນ້ຍບາຍ, ຄະນະພົວພັນຕ່າງປະເທດສູນກາງ, ກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສົມທົບກັບສະຖານທູດ ແຫ່ງ ສາທາລະນະລັດປະຊາຊົນ ຈີນ ປະຈຳ ຫວຽດນາມ ດຳເນີນການຮັບວັກຊິນກັນພະຍາດໂຄວິດ - 19 Vero-Cell ຂອງ Sinopharm ຈຳນວນ 500.000 ໂດສ ແລະ ເຂັມສັກຢາໃຊ້ເທື່ອດຽວ ຈຳນວນ 502.400 ອັນ.

          ຄາດວ່າ ຈຳນວນວັກຊິນດັ່ງກ່າວ ຈະສັກໃຫ້ 3 ເປົ້າໝາຍຄື ປະຊາຊົນ ຈີນ ທີ່ພວມເຮັດວຽກຢູ່ ຫວຽດນາມ; ຊາວ ຫວຽດນາມ ຜູ້ທີ່ມີຄວາມຕ້ອງການໄປຮ່ຳຮຽນ, ເຮັດວຽກ ແລະ ດຳເນີນທຸລະກິດ ຢູ່ ຈີນ ຫຼື ມີຄວາມຕ້ອງການສັກວັກຊິນຊະນິດນີ້. ວັກຊິນ Vero-Cell ໂດຍບໍລິສັດ Sinopharm ຜະລິດ ແລະ ປັດຈຸບັນ, ມີກວ່າ 70 ປະເທດ ໃນໂລກ ພວມນຳໃຊ້ວັກຊິນຊະນິດນີ້, ໃນນັ້ນ ມີຫຼາຍປະເທດ ໃນພາກພື້ນ ອາຊີ ຕາເວັນອອກ ເປັນຕົ້ນແມ່ນ ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ….

ຕອບກັບ

ຂ່າວ/ບົດ​ອື່ນ