ຫວຽດນາມ ຮຽກຮ້ອງການຫຼຸດຜ່ອນອາວຸດນິວເຄຼຍ

(VOVWORLD) -ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ເນັ້ນໜັກເຖິງບັນດາຜົນງານທີ່ບັນລຸໄດ້ກ່ຽວກັບສັນຍາຫ້າມທົດລອງນິວເຄຼຍຢ່າງຮອບດ້ານ ແມ່ນຍ້ອນບັນດາຄຳໝັ້ນສັນຍາ, ຄວາມມານະພະຍາຍາມລວມຂອງປະຊາຄົມສາກົນກ່ຽວກັບການຫ້າມທົດລອງ, ຕ້ານການເຜີຍແຜ່ ແລະ ຫຼຸດຜ່ອນອາວຸດນິວເຄຼຍ
ຫວຽດນາມ ຮຽກຮ້ອງການຫຼຸດຜ່ອນອາວຸດນິວເຄຼຍ - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ
(ພາບ: TTXVN)

ວັນທີ 27 ກັນຍາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມສະເຫຼີມສະຫຼອງ 25 ປີແຫ່ງວັນເປີດພິທີເຊັນສັນຍາຫ້າມທົດລອງນິວເຄຼຍຢ່າງຮອບດ້ານ (CTBT). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ເນັ້ນໜັກເຖິງບັນດາຜົນງານທີ່ບັນລຸໄດ້ກ່ຽວກັບສັນຍາຫ້າມທົດລອງນິວເຄຼຍຢ່າງຮອບດ້ານ ແມ່ນຍ້ອນບັນດາຄຳໝັ້ນສັນຍາ, ຄວາມມານະພະຍາຍາມລວມຂອງປະຊາຄົມສາກົນກ່ຽວກັບການຫ້າມທົດລອງ, ຕ້ານການເຜີຍແຜ່ ແລະ ຫຼຸດຜ່ອນອາວຸດນິວເຄຼຍ, ທ່ານເນັ້ນໜັກວ່າ ຫວຽດນາມ ໄດ້ເຂົ້າຮ່ວມ, ປະຕິບັດບັນດາພັນທະຕາມບັນດາສົນທິສັນຍາສາກົນຢ່າງຄົບຖ້ວນ, ໃນນັ້ນມີສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ. ທ່ານເອກອັກຄະລັດຖະທູດກໍ່ຢືນຢັນສິດຂອງບັນດາປະເທດກ່ຽວກັບການຄົ້ນຄວ້າ, ພັດທະນາ, ນຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ