ຫວຽດນາມ ຮຽກຮ້ອງເພີ່ມທະວີການປົກປ້ອງເດັກໃນການປະທະກັນປະກອບອາວຸດຕໍ່ຜົນກະທົບຂອງໂລກລະບາດໂຄວິດ-19

(VOVWORLD) -ບັນດາປະເທດໃນການປະທະກັນປະກອບອາວຸດຕ້ອງແມ່ນຜູ້ຮັບຜິດຊອບຕົ້ນຕໍໃນເລື່ອງປົກປ້ອງ, ສະກັດກັ້ນການໃຊ້ຄວາມຮຸນແຮງສຳລັບເດັກ, ຮັບປະກັນບັນດາຄວາມຕ້ອງການທີ່ເປັນພື້ນຖານຂອງເດັກ
ຫວຽດນາມ ຮຽກຮ້ອງເພີ່ມທະວີການປົກປ້ອງເດັກໃນການປະທະກັນປະກອບອາວຸດຕໍ່ຜົນກະທົບຂອງໂລກລະບາດໂຄວິດ-19 - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ
(ພາບ: TTXVN)

ວັນທີ 07 ພຶດສະພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມຕາມຮູບແບບ Arria ກ່ຽວກັບ “ຜົນກະທົບຂອງໂລກລະບາດໂຄວິດ-19 ທີ່ມີຕໍ່ເດັກໃນການປະທະກັນປະກອບອາວຸດ” ດ້ວຍການເຂົ້າຮ່ວມຂອງ 32 ປະເທດ, ອົງການຂອງສະຫະປະຊາຊາດ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ ຈຳນວນໜຶ່ງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດິ່ງກຸຍ ໃຫ້ຮູ້ວ່າ, ບັນດາປະເທດໃນການປະທະກັນປະກອບອາວຸດຕ້ອງແມ່ນຜູ້ຮັບຜິດຊອບຕົ້ນຕໍໃນເລື່ອງປົກປ້ອງ, ສະກັດກັ້ນການໃຊ້ຄວາມຮຸນແຮງສຳລັບເດັກ, ຮັບປະກັນບັນດາຄວາມຕ້ອງການທີ່ເປັນພື້ນຖານຂອງເດັກ ແລະ ເຄົາລົບກົດໝາຍວ່າດ້ວຍມະນຸດສະທຳ ແລະ ສິດທິມະນຸດສາກົນ. ເພື່ອແກ້ໄຂການປະທະກັນເຖິງກົກເຖິງປາຍນັ້ນ, ບັນດາຝ່າຍເຂົ້າຮ່ວມການປະທະກັນປະກອນອາວຸດ ຄວນສະກັດກັ້ນ ແລະ ຢຸດຕິບັນດາການບຸກໂຈມຕີໃສ່ບັນດາໂຮງຮຽນ; ເພີ່ມທະວີການຮ່ວມມືສາກົນ, ຜັນຂະຫຍາຍບັນດາມາດຕະການປົກປ້ອງເດັກໃນການປະທະກັນປະກອບອາວຸດ ຢູ່ທັງລະດັບຊາດ, ພາກພື້ນ ແລະ ສາກົນຢ່າງທັນການ, ຄົບຊຸດ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ