ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຈຳກັດທຸກການກະທຳ ເຮັດໃຫ້ສະພາບການຢູ່ ໂຊມາລີ ສັບສົນຂຶ້ນຕື່ມ.

(VOVWORLD) -      ວັນທີ 20 ເມສາ ຕາມເວລາ ນິວຢອກ ທ່ານເອກອັກຄະລັດຖະທູດ ດັ້ງດິງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເປັນປະທານກອງປະຊຸມສົນທະນາຢ່າງບໍ່ເປັນທາງການຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກ່ຽວກັບວິວັດທະນາການເລືອກຕັ້ງ ແລະ ສະພາບຄວາມສະຫງົບຢູ່ ໂຊມາລີ
ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຈຳກັດທຸກການກະທຳ ເຮັດໃຫ້ສະພາບການຢູ່ ໂຊມາລີ ສັບສົນຂຶ້ນຕື່ມ. - ảnh 1ກອງປະຊຸມສົນທະນາຢ່າງບໍ່ເປັນທາງການຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດຖືກຈັດຂຶ້ນທາງອອນລາຍ

ທ່ານເອກອັກຄະລັດຖະທູດ ດັ້ງດິງກຸ໊ຍ ໄດ້ສະເໜີໃຫ້ທຸກໆຝ່າຍທີ່ກ່ຽວຂ້ອງ ຄວນຖືຜົນປະໂຫຍດຂອງ ໂຊມາລີ ເໜືອກວ່າສິ່ງໃດໝົດ ໃນການປະຕິບັດວິວັດທະນາການການເມືອງ ໂດຍຊາວ ໂຊມາລີ ເປັນເຈົ້າຂອງ ແລະ ນຳພາ. ຫວຽດນາມ ຮຽກຮ້ອງໃຫ້ທຸກໆຝ່າຍ ຈົ່ງຈຳກັດທຸກການກະທຳ ທີ່ເຮັດໃຫ້ສະພາບການຢູ່ ໂຊມາລີ ແລະ ພາກພື້ນ ເພີ່ມຄວາມສັບສົນຂຶ້ນຕື່ມ, ຮຽກຮ້ອງໃຫ້ລັດຖະບານ ໂຊມາລີ ແລະ ບັນດາລັດພາຄີ ຈົ່ງຫຼຸດຜ່ອນບັນດາຄວາມແຕກຕ່າງກັນ ເຊື່ອມຕໍ່ການສົນທະນາ ແລະ ມານະພະຍາຍາມຫຼາຍກວ່າອີກ ເພື່ອບັນລຸຄວາມເຫັນດີເຫັນພ້ອມທາງດ້ານການເມືອງ ກ່ຽວກັບການດຳເນີນການເລືອກຕັ້ງ ບົນພື້ນຖານຂໍ້ຕົກລົງ ເມື່ອວັນທີ 17 ກັນຍາ ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ