ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ສາຍ​ເຫດ​ຂອງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ Darfur, ຊູ​ດັງ ໃຫ້​ຂາດ​ຂັ້ນ

(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າຢູ່ ຊູດັງ ໃນໄລຍະຜ່ານມາ ແລະ ສະແດງຄວາມປາດຖະໜາວ່າ ລັດຖະບານປ່ຽນຜ່ານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ຊູດັງ ຈະສືບຕໍ່ຜັນຂະຫຍາຍຂໍ້ຕົກລົງສັນຕິພາບຢ່າງຄົບຖ້ວນ. 
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ສາຍ​ເຫດ​ຂອງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ Darfur, ຊູ​ດັງ ໃຫ້​ຂາດ​ຂັ້ນ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: VOV)

  ຕອນບ່າຍວັນທີ 14 ເມສາ, ສະພາຄວາມໝັ້ນຄົງ, ສປຊ ໄດ້ຈັດຕັ້ງການປຶກສາຫາລືບໍ່ເປັນທາງການ (IID) ຕາມຮູບການທາງອອນລາຍກ່ຽວກັບສະພາບການຢູ່ Darfur, ຊູດັງ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າຢູ່ ຊູດັງ ໃນໄລຍະຜ່ານມາ ແລະ ສະແດງຄວາມປາດຖະໜາວ່າ ລັດຖະບານປ່ຽນຜ່ານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ຊູດັງ ຈະສືບຕໍ່ຜັນຂະຫຍາຍຂໍ້ຕົກລົງສັນຕິພາບຢ່າງຄົບຖ້ວນ. ທ່ານເອກອັກຄະລັດຖະທູດ ແບ່ງປັນຄວາມວິຕົກກັງວົນກ່ຽວກັບສະພາບການໃຊ້ຄວາມຮຸນແຮງທີ່ເກີດຂຶ້ນຫວ່າງມໍ່ໆມານີ້ ເຮັດໃຫ້ຫຼາຍຄົນເສຍຊີວິດ, ໃນນັ້ນ ມີແມ່ຍິງ ແລະ ເດັກນ້ອຍ ແລະ ປາດຖະໜາວ່າ ລັດຖະບານ ຊູດັງ ເພີ່ມທະວີບັນດາຄວາມມານະພະຍາຍາມເພື່ອແນໃສ່ຮັບປະກັນບົດບາດແຖວໜ້າຂອງການປົກປ້ອງສາມັນຊົນ ກໍຄື ຊຸກຍູ້ການແກ້ໄຂສາຍເຫດຂອງສະພາບການໃຊ້ຄວາມຮຸນແຮງລະຫວ່າງບັນດາປະຊາຄົມ ຢູ່ Darfur ໃຫ້ຂາດຂັ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ