ຫວຽດນາມ ເຂົ້າ ຮ່ວມກອງປະຊຸມຄົບ ຄະນະຂອງອົງການ ຮ່ວມມື ແລະ ພັດທະ ນາເສດຖະກິດ

ຫວຽດນາມ ເຂົ້າ ຮ່ວມກອງປະຊຸມຄົບ ຄະນະຂອງອົງການ ຮ່ວມມື ແລະ ພັດທະ ນາເສດຖະກິດ - ảnh 1
ຄະນະຫວຽດນາມ ແລະ ທ່ານ Gary Banks ປະທານ OECD
(ພາບ: vietnamplus.vn)

(vovworld) - ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ອົງ​ການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ (ຫຼື OEDC) ທີ່​ຫາ​ກໍ​ຈັດ​ຕັ້ງ ຢູ່​ນະຄອນຫຼວງ ປາຣີ ປະ​ເທດ ຝຣັ່ງ ​ໃນ​ລະ​ຫວ່າງ​ວັນ​ທີ 11 – 13/4. ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ໄດ້​ສຸມ​ໃສ່​​ບັນ​ຫາ​ປະຕິ​ຮູບ​ລະບອບ​ເສດຖະກິດ ດ້ວຍ​ຄຳ​ຂັວນ​ທີ່​ວ່າ “ນະ​ໂຍບາຍ​ດີ​ກ່ວາ ​ເພື່ອ​ໃຫ້​ຊີວິດ​ສົດ​ໃສ​ກ່ວາ“. ກ່ຽວ​ກັບ​ຈຸດ​ປະສົງຂອງ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ Nguyen Van Lam - ຮອງ​ຫົວໜ້າ​ກົມ​ກວດກາ​ລະບຽບການ​ບໍລິຫານ ສັງກັດ​ຫ້ອງ​ວ່າກາ​ນລັດຖະບານ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ໃຫ້​ຮູ້​ວ່າ:

“ທີ່​ກອງ​ປະຊຸມ, ຄະນະ​ພວກ​ເຮົາ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​​​ເຖິງບັນດາ​ບົດຮຽນ​ກ່ຽວ​ກັບ​ເນື້ອ​ໃນ​ການ​ປະຕິຮູບ​ລະບຽບກົດໝາຍ​ຂອງ​ບາງ​ປະ​ເທດ​ຢູ່ໄດ້​ລາຍ​ງານ​ທີ່​ກອງ​ປະຊຸມ. ພວກ​ເຮົາ​ໄດ້​ຮັບ​ຟັງ ​ແລະ ​ເພື່ອ​ເຫັນ​ບັນ​ຫາ​​ໃດທີ່​ສາມາດ​ນຳ​ໃຊ້​ຢູ່​ຫວຽດນາມ​​ໄດ້, ພວກ​ເຮົາ​ຈະຄົ້ນ​ຄ້ວາ ​ແລະ ລາຍ​ງານ​ຕໍ່​ລັດຖະບານ ​ເພື່ອ​ສາມາດ​ນຳ​ໃຊ້​ເຂົ້າ​ສະພາບ​ກາ​ນຕົວ​ຈິງ​ຂອງ​ຫວຽດນາມ”

        ຊຸມ​ປີ​ມໍ່​ໆ​ມາ​ນີ້, ອົງ​ການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ (ຫຼື OEDC) ​ໄດ້​ເປີດ​ກ້ວາງ​ຂອບ​ເຂດການ​ເຄື່ອນ​ໄຫວ. ​ໃນ​ນັ້ນ, ໄດ້ OEDC ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຫວຽດນາມ, ພິ​ເສດ​ແມ່ນ​ເມື່ອ​ຫວຽດນາ​ມຜັນ​ຂະຫຍາຍ​ໄລຍະ 2 ຂອງ ​ແຜນ​ຮ່າງ 30 ກ່ຽວ​ກັບ​ການ​ປະຕິ​ຮູບ​ລະ​ບຽບການ​ບໍລິຫານ. ທ່ານ Nguyen Van Lam ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

”ທີ່​ການ​ເຮັດ​ວຽກ, ພວກ​ຂ້າພະ​ເຈົ້າ​ພາກພູມ​ໃຈ​ຫຼາຍ ​ເພາະວ່າ​ບັນດາ​ການ​ນຳ OECD ກໍ່​ຄື​ບັນດາ​ພະນັກງານ​ທີ່​ມີ​ຄວາ​ມຮັບຜິດຊອບ​ຂອງ OECD ​ໄດ້​ຕີ​ລາຄາ​ສູງ​ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ​ຂອງ​ຫວຽດນາມ, ພິ​ເສດ​ແມ່ນ​ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ​ນັບ​​ແຕ່​ປີ 2007 ມາ​ຮອດ​ປະຈຸ​ບັນ.”

        ນອກ​ນັ້ນ​ຄະນະ​ຜູ້​ແທນ​ຫວຽດນາມ ກໍ່​ໄດ້​ມີ​ການ​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ຂອງ ອົດ​ສະ​ຕາ​ລີ, ຮອນ​ລັງ, ຝະລັ່ງ, ສ ​ເກົາຫຼີ, ມາ​ເລ​ເຊຍ, ອີ​ຢີບ… ທ່ານ Nguyen Van Lam ​ໃຫ້​ຮູ້​ວ່າ, ​ໃນ​ປີ​ຈະ​ມາ​ເຖິງ, ຫວຽດນາມ ສືບ​ຕໍ່​ກຳນົດວ່າ ​ການ​ປະຕິ​ຮູບດ້ານ​ລະບຽບ​ກົດໝາຍ​ ແມ່ນ​ໜຶ່ງ​ໃນ 3 ບຸກທະລຸ​ຍຸດ​ທະ​ສາດ ​ເພື່ອ​ແນ​ໃສ່​ນຳ​ປະ​ເທດ​ພັດທະນາ​​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ