ຫວຽດນາມ ເຂົ້າຮ່ວມ ກອງປະຊຸມວົງແຄບ ຂັ້ນລັດຖະມົນຕີກະຊວງ ປ້ອງກັນຊາດອາຊຽນ

ຫວຽດນາມ ເຂົ້າຮ່ວມ ກອງປະຊຸມວົງແຄບ ຂັ້ນລັດຖະມົນຕີກະຊວງ ປ້ອງກັນຊາດອາຊຽນ - ảnh 1
ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ADMM Retreat
(ພາບ: vietnamplus.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 28 ສິງຫາ, ກອງ​ປະຊຸມ​ວົງແຄບ​ລັດຖະມົນຕີ​ກະຊວງ​ປ້ອງກັນປະ​ເທດ​ອາ​ຊຽນ (ADMM Retreat) ​ໄດ້​ຖືກໄຂ​ຂຶ້ນ​ຢູ່​ນະຄອນຫຼວງ Bandar Seri Begawan, ປະ​ເທດ ບຣຸ​ໄນ. ຄະນະ​ຜູ້​ແທນການ​ທະຫານ​ຂັ້ນ​ສູງ​​ຫວຽດນາມ ​ໂດຍ​ທ່ານພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ນຳ​ໜ້າ​​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸ​ມ, ບັນດາ​ລັດຖະມົນຕີ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ສະພາ​ບຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ, ຊຸກຍູ້​ການ​ຮ່ວມ​ມື ​ແລະ ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ໃນ​ຂອບ​ເຂດ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື, ຕີ​ລາ​ສູນ​ວິວັດ​ການ​ຮ່ວມ​ມື​ໃນ​ໄລຍະ 1 ປີຜ່ານມາ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ກໍ່ຄື​ບັນດາ​ປະ​ເທດ​ຜ່ານ​ຂົງ​ເຂດ​ທີ່​ໄດ້​ຮັບ​ການ​ກຳນົດ​ໃຫ້​ບຸລິມະ​ສິດ​ໂດຍ​ໄວ. ນອກຈາກ​ນັ້ນ, ບັນດາ​ລັດຖະມົນຕີ​ກໍ່​ກະກຽມ​ເນື້ອ​ໃນ​ໃຫ້ແກ່​ກອງ​ປະຊຸມ​ເປີດ​ກວ້າງ​ລະຫວ່າງ​ລັດຖະມົນຕີ​ບັນດາ​ປະ​ເທດ​ອາ​ຊຽນ ກັນ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື (ADMM+) ຄັ້ງ​ທີ 2 ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 29 ສິງຫາ.

        ຄາດ​ວ່າ, ຢູ່​ນອກ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟຸ່ງກວາງ​ແທງ ຈະ​ມີ​ການ​ພົບ​ປະ​ 2 ຝ່າຍຄັ້ງຕ່າງໆ​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມືເຈລະຈາ.
ຂ່າວ/ບົດ​ອື່ນ