ຫວຽດນາມ ເຂົ້າຮ່ວມກອງປະຊຸມທຳອິດຂອງສະພາ CPTPP

(VOVWORLD) - ວັນທີ 19 ມັງກອນ, ກອງປະຊຸມທຳອິດຂອງສະພາສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໄດ້ຈັດຕັ້ງຢູ່ນະຄອນຫລວງ ໂຕກຽວ, ຍີ່ປຸ່ນ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີເສດຖະກິດ, ການຄ້າ ຂອງ 11 ປະເທດສະມາຊິກ.
ຫວຽດນາມ ເຂົ້າຮ່ວມກອງປະຊຸມທຳອິດຂອງສະພາ CPTPP - ảnh 1 ຫວຽດນາມ ເຂົ້າຮ່ວມກອງປະຊຸມທຳອິດຂອງສະພາ CPTPP

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

        ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮອງເອົາຖະແຫຼງການຮ່ວມ, ຢັ້ງຢືນຄວາມຕັດສິນໃຈປະຕິບັດ CPTPP ຢ່າງຄົບຖ້ວນ ແນໃສ່ສົ່ງສານຢ່າງແຮງໃນການສະໜັບສະໜູນການຄ້າເສລີ, ວາງອອກບັນດາມາດຖານສູງ ແລະ ມີຄວາມດຸ່ນດ່ຽງໃຫ້ແກ່ການເຄື່ອນໄຫວແລກປ່ຽນການຄ້າໃນສະຕະວັນທີ 21 ກໍ່ຄືຊຸກຍູ້ການເຕີບໂຕເສດຖະກິດ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ພິເສດແມ່ນ ບັນດາລັດຖະມົນຕີໄດ້ຮັບຮອງເອົາຂໍ້ຕົກລົງສຳຄັນ 4 ສະບັບ.

        ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ມີຄວາມເຊື່ອໝັ້ນວ່າ ບັນດາປະເທດສະມາຊິກ CPTPP ຈະປະຕິບັດສົນທິສັນຍາຢ່າງມີປະສິດທິຜົນ, ຈາກນັ້ນ ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ