ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຮ່ວມ​ມື ແມ່​ນ້ຳ​ຂອງ - ລ້ານ​ຊ້າງ ຄັ້ງ​ທີ 7

(VOVWORLD) - ເດືອນມິຖຸນາ ປີ 2021, ກອງປະຊຸມລັດຖະມົນຕີການຕ່າງປະເທດ MLC ຄັ້ງທີ 6 ໄດ້ຈັດຕັ້ງແບບທາງໄກ ຍ້ອນຜົນກະທົບຈາກພະຍາດໂຄວິດ - 19.
ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຮ່ວມ​ມື ແມ່​ນ້ຳ​ຂອງ - ລ້ານ​ຊ້າງ ຄັ້ງ​ທີ 7 - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: baoquocte.vn )

ຕາມແຈ້ງຂ່າວຂອງກະຊວງການຕ່າງປະເທດແລ້ວ, ວັນທີ 4 ກໍລະກົດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ (MLC) ຄັ້ງທີ 7 ຢູ່ Bagan ປະເທດມຽນມາ. ບັນດາປະເທດສະມາຊິກ MLC ເຂົ້າຮ່ວມກອງປະຊຸມລວມມີ: ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ.

ການຮ່ວມມື ແມ່ນ້ຳຂອງ - ລ້ານຊ້າງແມ່ນພື້ນຖານການຮ່ວມມືອະນຸພາກພື້ນຮູບແບບໃໝ່, ໂດຍຈີນ ແລະ 5 ປະເທດແມ່ນ້ຳຂອງພ້ອມກັນສ້າງຂໍ້ລິເລີ່ມ ແລະ ສ້າງຂຶ້ນ, ເພື່ອແນໃສ່ເຮັດໃຫ້ການພົວພັນຮ່ວມມືບ້ານໃກ້ເຮືອນຄຽງມິດຕະພາບລະຫວ່າງ 6 ປະເທດເລິກເຊິ່ງກ່ວາອີກ, ຊຸກຍູ້ການພັດທະນາດ້ານເສດຖະກິດ - ສັງຄົມເຂດອະນຸພາກພື້ນ; ຮັດແຄບໄລຍະຫ່າງການພັດທະນາລະຫວ່າງບັນດາປະເທດໃນພາກພື້ນ, ມີຜົນປະໂຫຍດໃຫ້ແກ່ວິວັດຂະບວນການຫັນອາຊຽນ ແລະ ພາກພື້ນເປັນລະບອບລະບຽບການ, ປະກອບສ່ວນໃຫ້ແກ່ການຮ່ວມມືໃຕ້ - ໃຕ້, ປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງຂອງສປຊ.

 ເດືອນມິຖຸນາ ປີ 2021, ກອງປະຊຸມລັດຖະມົນຕີການຕ່າງປະເທດ MLC ຄັ້ງທີ 6 ໄດ້ຈັດຕັ້ງແບບທາງໄກ ຍ້ອນຜົນກະທົບຈາກພະຍາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ