ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາປະກາດບົດລາຍງານໝາກຜົນການເຈລະຈານະໂຍບາຍຊ່ອງ 1,5 ຄູ່ຮ່ວມມືແມ່ຂອງ-ອາເມລິກາ

(VOVWORLD) -ຫວຽດນາມ ຖືກເປັນສຳຄັນການພົວພັນຄູ່ຮ່ວມມືແມ່ຂອງ-ອາເມລິກາ, ໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັບ ອາເມລິກາ ແລະ ບັນດາປະເທດ ແມ່ຂອງ ຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາໂຄງການ, ແຜນການທີ່ໄດ້ຕົກລົງກັນໃຫ້ມີປະສິດທິຜົນ.
ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາປະກາດບົດລາຍງານໝາກຜົນການເຈລະຈານະໂຍບາຍຊ່ອງ 1,5 ຄູ່ຮ່ວມມືແມ່ຂອງ-ອາເມລິກາ - ảnh 1(ທີ່ກອງປະຊຸມສຳມະນາ)

ໂດຍໄດ້ຮັບຄຳເຊື້ອເຊີນຂອງສູນ Stimson, ຕອນເຊົ້າວັນທີ 15 ກັນຍາ, ທ່ານເອກອັກຄະລັດຖະທູດຫວຽດນາມ ຮ່າກິມງອັກ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາແບບທາງໄກປະກາດບົດລາຍງານຫຍໍ້ໝາກຜົນການເຈລະຈານະໂຍບາຍຊ່ອງ 1,5 ໃນຂອບເຂດການພົວພັນຄູ່ຮ່ວມມື ແມ່ຂອງ- ອາເມລິກາ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ໄດ້ຢຶນຢັນວ່າ ຫວຽດນາມ ຖືກເປັນສຳຄັນການພົວພັນຄູ່ຮ່ວມມືແມ່ຂອງ-ອາເມລິກາ, ໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັບ ອາເມລິກາ ແລະ ບັນດາປະເທດ ແມ່ຂອງ ຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາໂຄງການ, ແຜນການທີ່ໄດ້ຕົກລົງກັນໃຫ້ມີປະສິດທິຜົນ. ນອກນັ້ນ, ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ກໍ່ສະເໜີໃຫ້ 2 ຝ່າຍຈົ່ງສືບຕໍ່ໃຫ້ບຸລິມະສິດການຮ່ວມມື ເພື່ອແນໃສ່ຍົກສູງກຳລັງຄວາມສາມາດຕ້ານທານ ແລະ ການຮັບມືຂອງເຂດອະນຸພາກພື້ນແມ່ນ້ຳຂອງ ຕໍ່ໜ້າຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ກໍ່ຄືການຮ່ວມມືຄຸ້ມຄອງແຫຼ່ງນ້ຳແບບຍືນຍົງ.

        ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ກໍ່ສະເໜີຈົ່ງເພີ່ມທະວີການສົມທົບຄູ່ຮ່ວມມື ແມ່ຂອງ- ອາເມລິກາ ກັບບັນດາກົນໄກ, ຂອບເຂດການຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງ-ຍີປຸ່ນ, ແມ່ຂອງ-ສ.ເກົາຫຼີ, ແມ່ຂອງ- ແມ່ນ້ຳຄົງຄາ (ກັບອິນເດຍ) ແລະ ແມ່ຂອງ- ລ້ານຈາງ (ກັບຈີນ).

ຕອບກັບ

ຂ່າວ/ບົດ​ອື່ນ