ຫວຽດ​ນາມ ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ອົງ​ການກວດ​ສອບ​ສູງ​ສຸດ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄັ້ງ​ທີ 5

(VOVWORLD) -ວັນທີ 6 ພະຈິກ, ຢູ່ນະຄອນຫຼວງ ກົດລາລຳບົວ ປະເທດ ມາເລເຊຍ, ອົງການຈັດຕັ້ງ ບັນດາອົງການກວດສອບສູງສຸດ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (ເອົ້າຫຍໍ້ວ່າ ASEANSAI) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 5 ໂດຍມີການເຂົ້າຮ່ວມຂອງ ຜູ້ແທນ 100 ທ່ານທີ່ມາຈາກບັນດາປະເທດໃນພາກພື້ນ ແລະ ຢູ່ນອກພາກພື້ນ.ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຫວູວັນຮ້ວາ ຮອງ ປະທານອົງການກວດສອບແຫ່ງລັດນຳໜ້າ.

ຫວຽດ​ນາມ ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ອົງ​ການກວດ​ສອບ​ສູງ​ສຸດ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄັ້ງ​ທີ 5 - ảnh 1ທ່ານ ຫວູວັນຮ້ວາ ຮອງ ປະທານອົງການກວດສອບແຫ່ງລັດນຳໜ້າກ່າວຄຳເຫັນທີ່ກອງປະຊຸມສຳມະນາ

(ພາບ: TTXVN) 

ທີ່ກອງປະຊຸມໃຫຍ່, ຜູ້ຕາງໜ້າ ຫວຽດນາມ ເນັ້ນໜັກວ່າ ດ້ວຍບົດບາດເປັນປະທານອົງການຈັດຕັ້ງ ບັນດາອົງການກວດສອບສູງສຸດ ອາຊຽນ (ASOSAI) ອາຍຸການ 2018 – 2021 ແລະ ປະທານຄະນະກຳມະການສ້າງແຜນການຍຸດທະສາດຂອງ ASEANSAI, ອົງການກວດສອບ ຫວຽດນາມ ຍາມໃດກໍ່ໃກ້ສິດຕິດແທດກັບກຳນົດທິດຂອງ ອົງການຈັດຕັ້ງສາກົນບັນດາອົງການກວດສອບສູງສຸດ (INTOSAI), ຮັບຮູ້ຄວາມແຕກຕ່າງກັນເພື່ອແກ້ໄຂບັນດາຄວາມສົນໃຈຂອງບັນດາປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງສືບຕໍ່ມານະພະຍາຍາມຢ່າງສູງສຸດເພື່ອນຳມາເຊິ່ງຜົນສຳເລັດງານໃຫ້ແກ່ການເຄື່ອນໄຫວຂອງ ASEANSAI.

ຕອບກັບ

ຂ່າວ/ບົດ​ອື່ນ