ຫວຽດນາມ ເຂົ້າຮ່ວມການຈັດຕັ້ງເຫດການຢູ່ ສປຊ ກ່ຽວກັບການປະກອບສ່ວນຂອງແມ່ຍິງໃນຂົງເຂດອຸດສາຫະກຳ

(VOVWORLD) - ຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດຢ່າງສູງ ແລະ ນຳເຂົ້າໃນການຜັນຂະຫຍາຍບັນດານະໂຍບາຍສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ແມ່ຍິງໄດ້ເຂົ້າຮ່ວມຢ່າງສະເໝີພາບໃນບັນດາການເຄື່ອນໄຫວເສດຖະກິດ - ສັງຄົມ. 
ຫວຽດນາມ ເຂົ້າຮ່ວມການຈັດຕັ້ງເຫດການຢູ່ ສປຊ ກ່ຽວກັບການປະກອບສ່ວນຂອງແມ່ຍິງໃນຂົງເຂດອຸດສາຫະກຳ - ảnh 1ຫວຽດນາມ ເຂົ້າຮ່ວມການຈັດຕັ້ງເຫດການຢູ່ ສປຊ ກ່ຽວກັບການປະກອບສ່ວນຂອງແມ່ຍິງໃນຂົງເຂດອຸດສາຫະກຳ (ພາບ: TTXVN) 

ວັນທີ 14 ມີນາ, ຫວຽດນາມ ພ້ອມກັບ ແຟງລັງ, ເກັນນາດາ, ອົງການສະຫະປະຊາຊາດເພື່ອການພັດທະນາອຸດສາຫະກຳ (UNIDO), ອົງການສະຫະປະຊາຊາດເພື່ອແມ່ຍິງ (UN Women), ອົງການບັນດາປະເທດເກາະນ້ອຍກ່ຽວກັບພະລັງງານໝັ້ນຄົງ (SIDSDOCK) ແລະ ເຄືອຂ່າຍແມ່ຍິງຢູ່ບັນດາປະເທດເກາະນ້ອຍ (IWON) ໄດ້ຮ່ວມກັນຈັດຕັ້ງເຫດການກ່ຽວກັບ “ພື້ນຖານໂຄງລ່າງຮັບໃຊ້ແມ່ຍິງ: ແງ່ມູມທາງເພດໃນຂົງເຂດອຸດສາຫະກຳ ແລະ ພະລັງງານ” ທີ່ສຳນັກງານສະຫະປະຊາຊາດຢູ່ ນິວຢອກ.

        ກ່າວຄຳເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ້ຍ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດໄດ້ແບ່ງປັນວ່າ: ຫວຽດນາມ ພວມສູ້ຊົນໃຫ້ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໃນປີ 2030 ແລະ ເພື່ອປະກອບສ່ວນປະຕິບັດເປົ້າໝາຍນີ້, ຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດຢ່າງສູງ ແລະ ນຳເຂົ້າໃນການຜັນຂະຫຍາຍບັນດານະໂຍບາຍສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ແມ່ຍິງໄດ້ເຂົ້າຮ່ວມຢ່າງສະເໝີພາບໃນບັນດາການເຄື່ອນໄຫວເສດຖະກິດ - ສັງຄົມ. ວິສາຫະກິດຫລາຍແຫ່ງໄດ້ໝູນໃຊ້ບັນດານະໂຍບາຍຢ່າງມີປະສິດທິຜົນຄື: ສ້າງເງື່ອນໄຂໃຫ້ຜູ້ລ້ຽງລູກອ່ອນໃນໂມງເຮັດວຽກ, ຈ່າຍເງິນເດືອນຄົບຖ້ວນໃຫ້ແມ່ຍິງໃນໄລຍະພັກຜ່ອນລ້ຽງລູກ, ສ້າງຫ້ອງລ້ຽງເດັກຢູ່ບ່ອນເຮັດວຽກ.

ຕອບກັບ

ຂ່າວ/ບົດ​ອື່ນ