ຫວຽດນາມ ເຂົ້າຮ່ວມການເຈລະຈາທົ່ວໂລກ CSIS 2019 ຢູ່ ອິນໂດເນເຊຍ

(VOVWORLD) - ວັນທີ 16 ກັນຍາ, ພິທີໄຂການສົນທະນາທົ່ວໂລກ 2019 ໄດ້ຖືກສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS) ແລະ ສະພາຮ່ວມມືເສດຖະກິດປາຊີຟິກ (PECC) ສົມທົບກັນຈັດຕັ້ງຂຶ້ນ ຢູ່ນະຄອນ Jakarta, ປະເທດ ອິນໂດເນເຊຍ. 
ຫວຽດນາມ ເຂົ້າຮ່ວມການເຈລະຈາທົ່ວໂລກ CSIS 2019 ຢູ່ ອິນໂດເນເຊຍ - ảnh 1 ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງເອກອັກຄະລັດຖະທູດ ຫງວຽນງວຽດງາ ເປັນຫົວໜ້າ (ພາບ: TTXVN)

ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງເອກອັກຄະລັດຖະທູດ ຫງວຽນງວຽດງາ, ທີ່ປຶກສາຂັ້ນສູງ ສະຖາບັນການຕ່າງປະເທດ, ຮອງປະທານຄະນະກໍາມະການແຫ່ງຊາດ ຫວຽດນາມ ກ່ຽວກັບການຮ່ວມມືເສດຖະກິດ ປາຊີຟິກ (VNCPEC) ນໍາໜ້າ.

        ດ້ວຍຫົວຂໍ້ວ່າ “ໝູນໃຊ້ບັນດາເຕັກໂນໂລຢີທີ່ກ້າວໜ້າ ເພື່ອກໍານົດທິດໂຄງສ້າງຂອງປະເທດ, ພາກພື້ນ ແລະ ທົ່ວໂລກ”, ການສົນທະນາທົ່ວໂລກ CSIS 2019 ລວມມີ 3 ວາລະປະຊຸມຄົບຄະນະ ແລະ ຫຼາຍວາລະປຶກສາຫາລືລົງເລິກສະເພາະຂະແໜງ, ໂດຍສຸມໃສ່ 4 ຫົວຂໍ້ຕົ້ນຕໍຄື: ສະພາບການໜູນໃຊ້ເຕັກໂນໂລຢີ; ຜົນກະທົບຂອງເຕັກໂນໂລຢີຕໍ່ການເພີ່ມສະມັດຕະພາບການອອກແຮງງານ ແລະ ແກ້ໄຂບັນດາບັນຫາເສດຖະກິດ-ສັງຄົມ; ວິທີສໍາຜັດແບບໃໝ່ສໍາລັບນະໂຍບາຍເສດຖະກິດ ແລະ ການບໍລິຫານ; ຊຸກຍູ້ການຮ່ວມມື ແລະ ເຊື່ອມໂຍງເສດຖະກິດເຂົ້າກັບພາກພື້ນ ເພື່ອແນໃສ່ສ້າງບັນດານະໂຍບາຍພັດທະນາເຕັກໂນໂລຢີໃນອະນາຄົດ. ຈຸດພົ້ນເດັ່ນຂອງກອງປະຊຸມປີນີ້ ແມ່ນການປະກົດຕົວຂອງ Sophia - ຫຸ່ນຍົນທໍາອິດໃນປະຫວັດສາດ ທີ່ໄດ້ຮັບສິດພົນລະເມືອງເໝືອນດັ່ງມະນຸດເຮົາ ດ້ວຍຖານະເປັນໜຶ່ງໃນບັນດານັກປະຖະກະຖາຫຼັກແຫຼ່ງຂອງກອງປະຊຸມ.


ຕອບກັບ

ຂ່າວ/ບົດ​ອື່ນ