ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ເພື່ອ​ການ​ກຸ​ສົນ ສາກົນ ຢູ່ ອິນ​ໂດ​ເນ​ເຊຍ

(VOVWORLD) -ງານຕະຫຼາດນັດເພື່ອການກຸສົນປະຈໍາປີ 2019 ຄັ້ງທີ 52 ຂອງສະໂມສອນ ແມ່ຍິງສາກົນ ປະຈໍາ Jakarta (WIC) ຖືກໄຂຂຶ້ນໃນວັນທີ 11 ທັນວາ ດ້ວຍຫົວຂໍ້ “ສັນຕິພາບ, ຄວາມເມດຕາ ແລະ ປອງດອງ”.
ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ເພື່ອ​ການ​ກຸ​ສົນ ສາກົນ ຢູ່ ອິນ​ໂດ​ເນ​ເຊຍ - ảnh 1ຮ້ານວາງສະແດງຜະລິດຕະພັນຂອງຫວຽດນາມ ຢູຸ່ ງານຕະຫຼາດນັດ 

        ເຂົ້າຮ່ວມພິທີໄຂ ຍັງມີພັນລະຍາຂອງທ່ານປະທານາທິບໍດີ ອິນໂດເນເຊຍ Irina Joko Widodo ພ້ອມດ້ວຍພັນລະຍາຂອງເຈົ້າໜ້າທີ່ລັດຖະບານ ອິນໂດເນເຊຍ ແລະ ປະຊາຄົມນັກການທູດ ອີກດ້ວຍ.

        ງານຕະຫຼາດນັດປີນີ້ ຈະດໍາເນີນພາຍໃນ 2 ວັນ, ໂດຍມີຮ້ານວາງສະແດງສິນຄ້າຂອງສະຖານທູດບັນດາປະເທດປະຈໍາ ຈາກາຕາ ຫຼາຍກວ່າ 50 ຮ້ານ, ຮ້ານວາງຂາຍສິນຄ້າຂອງບັນດາວິສາຫະກິດອິນໂດເນເຊຍ 220 ຮ້ານ ແລະ ຮ້ານວາງສະແດງວາງຂາຍສິນຄ້າຂອງສະໂມສອນ ແມ່ຍິງສາກົນ ປະຈໍາ Jakarta  ແລະ ບັນດາອົງການຈັດຕັ້ງເຄື່ອນໄຫວເພື່ອການກຸສົນຂອງທ້ອງຖິ່ນ. ເຂົ້າຮ່ວມງານຕະຫຼາດນັດ, ສະຖານທູດຫວຽດນາມ ປະຈໍາ ອິນໂດເນເຊຍ ກໍໄດ້ມີຮ້ານວາງສະແດງ, ວາງຂາຍບັນດາຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຊົມຊອບຈາກເພື່ອນມິດສາກົນຄື ເຄື່ອງຫັດຖະກໍາ, ເຄື່ອງເປັນທີ່ລະນຶກ, ພາບຂັດມັນ, ເຄື່ອງເອ້ຢ້ອງ, ເຄື່ອງປັ້ນດິນເຜົາ, ກາເຟ...

        ຕາມຄະນະຈັດຕັ້ງແລ້ວ, ລາຍຮັບສ່ວນໜຶ່ງທີ່ເກັບມາໄດ້ຈາກການຂາຍປີ້ເຂົ້າຢ້ຽມຊົມງານຕະຫຼາດນັດປີນີ້ ຈະມອບໃຫ້ແກ່ບາງໂຄງການຊຸກຍູ້ພາລະກິດການສຶກສາ ແລະ ປະກອບສ່ວນປົວແປງສັງຄົມຢູ່ ຈາກາຕາ. 

ຕອບກັບ

ຂ່າວ/ບົດ​ອື່ນ