ຫວຽດ​ນາ​ມ ​ເຂົ​້າ​ຮ່ວມ​ຊຸ​ກ​ຍູ້, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຢູ່​ຄະ​ນະ​ກຳ​ມະ​ການ 3, ສະ​ມັດ​ຊາ​ໃຫ​ຍ່​ ສ​ປ​ຊ

(VOVWORLD) - ໃນຂອບເຂດກອງປະຊຸມຄັ້ງທີ 74 ຂອງ ສະມັດຊາໃຫຍ່ ສປຊ, ຄະນະກຳມະການ 3 ກ່ຽວກັບບັນດາບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳ ໄດ້ຈັດການປະຊຸມໃນລະຫວ່າງວັນທີ 1 ຕຸລາ – 21 ພະຈິກ ເພື່ອປຶກສາຫາລືບັນດາເນື້ອໃນທີ່ກ່ຽວຂ້ອງເຖິງສິດທິມະນຸດຄື: ການພັດທະນາສັງຄົມ, ຄວາມກ້າວໜ້າຂອງແມ່ຍິງ, ສິດຂອງ ເດັກນ້ອຍ, ແລະ ສິດຂອງຜູ້ມີອາຍຸສູງຢ່າງຮອບດ້ານ.

ຫວຽດ​ນາ​ມ ​ເຂົ​້າ​ຮ່ວມ​ຊຸ​ກ​ຍູ້, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຢູ່​ຄະ​ນະ​ກຳ​ມະ​ການ 3, ສະ​ມັດ​ຊາ​ໃຫ​ຍ່​ ສ​ປ​ຊ - ảnh 1ທ່ານ ດັ້ງດິງກຸຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ  ເຂົ້າຮ່ວມຊຸກຍູ້, ຮັບປະກັນສິດທິມະນຸດຢູ່ຄະນະກຳມະການ 3, ສະມັດຊາໃຫຍ່ ສະຫະປະຊາຊາດ

(ພາບ: https://baoquocte.vn)

ກ່າວຄຳເຫັນທີ່ວາລະປຶກສາຫາລືລວມ, ທ່ານ ດັ້ງດິງກຸຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ຮຽກຮ້ອງໃຫ້ບັນດາປະເທດຊຸກຍູ້ການໂອ້ລົມສົນທະນາ ແທນ ການສູ້ຢັນກັນ, ປຶກສາຫາລືແທນການ ຈັດວາງ, ຮ່ວມແຮງຮ່ວມໃຈຊຸກຍູ້ ແລະ ຮັບປະກັນສິດທິມະນຸດ. ໃນປີ 2019 ຫວຽດນາມ ໄດ້ເຂົ້າຮ່ວມອານຸສັນຍາເລກທີ 98 ຂອງອົງການຈັດຕັ້ງແຮງງານສາກົນກ່ຽວກັບການຈັດວາງບັນດາມາດຕະການຂອງສິດຈັດຕັ້ງ ແລະ ການ ປຶກສາຫາລືລວມໝູ່, ເຂົ້າຮ່ວມຄຳໝັ້ນສັນຍາສະໝັກໃຈທົ່ວໂລກກ່ຽວກັບສິດຂອງເດັກນ້ອຍ ແລະ ຖະແຫຼງການໂຮງຮຽນທີ່ປອດໄພ.

        ທ່ານ ດັ້ງດິງກຸຍ ໄດ້ເນັ້ນໜັກວ່າ ຫວຽດນາມໂດຍເປັນປະເທດທີ່ຖືກຜົນສະທ້ອນອັນໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ, ຍາມໃດກໍ່ມານະພະຍາຍາມສູງສຸດເຂົ້າການຫຼຸດຜ່ອນຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດ, ເປັນຕົ້ນແມ່ນສຳລັບບັນດາກຸ່ມຄົນຖືກຄວາມສ່ຽງສູງກ່ວາເພີ່ນ, ດັ່ງນັ້ນ, ແຕ່ ປີ 2014, ຢູ່ສະພາສິດທິມະນຸດ, ຫວຽດນາມ ພ້ອມກັບ ບັງກະລາເທດ ແລະ ຟິລິບປິນ ເປັນປະເທດຮ່ວມຮຽບຮຽງ ມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ ດ້ວຍຈຸດສຸມກ່ຽວກັບເດັກນ້ອຍ, ແມ່ຍິງ ແລະ ຜູ້ເສຍອົງຄະ. ໂດຍມຸ່ງໄປສູ່ການສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຄັ້ງ ສປຊ, ທ່ານ ດັ້ງດິງກຸຍ ຮຽກຮ້ອງໃຫ້ປະຊາຄົມສາກົນພ້ອມກັນຕັດສິນໃຈໃຫ້ຄຳໝັ້ນສັນຍາຍົກສູງບົດບາດ ແລະ ກຳລັງຄວາມສາມາດຂອງ ສປຊ ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ປະຕິບັດການຫັນຄຳໝັ້ນສັນຍາກ່ຽວກັບການສ້າງອະນາຄົດທີ່ສົດໃສກ່ວາອີກໃຫ້ແກ່ທຸກຄົນໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ