ຫວຽດ​ນາມ ເຂົ້າ​ຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງ​ທີ 142

(VOVWORLD) -ຕອນຄ່ຳວັນທີ 26 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 142 ທາງອອນລາຍ.
ຫວຽດ​ນາມ ເຂົ້າ​ຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງ​ທີ 142 - ảnh 1ຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 142
(ພາບ: KT)

ເມື່ອກ່າວບົດປະກອບຄຳເຫັນດ້ວຍຫົວຂໍ້ “ຜ່ານຜ່າໂລກລະບາດໃນມື້ນີ້ແລະສ້າງອະນາຄົດທີ່ສົດໄສກ່ວາ: ບົດບາດຂອງບັນດາລັດຖະສະພາ”, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມເຈິ່ນແທັງເໝີນໄດ້ຢັ້ງຢືນວ່າດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”, ນັບແຕ່ຊຸມວັນທຳອິດ ທີ່ເລີ່ມເກີດໂລກລະບາດໂຄວິດ - 19, ຫວຽດນາມໄດ້ມີບັນດາການກະທຳຢ່າງຂ້ຽວຂາດ, ຄົບຊຸດ, ທັນການ, ລະດົມການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ຄວາມຕັດສິນໃຈ, ເຫັນດີເຫັນພ້ອມຂອງທົ່ວປວງຊົນທັງຊາດດ້ວຍຍຸດທະສາດເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 - ກວດພົບໂດຍໄວ - ແຍກຕົວຢ່າງເຖິງຖອງແລະຕັ້ງໜ້າປິ່ນປົວ.

ໃນບັ້ນຕໍ່ສູ້ກັບໂລກລະບາດໂຄວິດ - 19, ສະພາແຫ່ງຊາດ ຫວຽດນາມ ໄດ້ຮ່ວມເດີນທາງ ກັບລັດຖະບານ ເພື່ອແຈກຢາຍງົບປະມານຮັບມືກັບໂລກລະບາດໂຄວິດ - 19 ຢ່າງທັນການ, ປະກາດໃຊ້ບັນດາມາດຕະການ, ນະໂຍບາຍໜູນຊ່ວຍປະຊາຊົນ, ວິສາຫະກິດ ຕໍ່ໜ້າຜົນກະທົບຂອງໂລກລະບາດໂຄວິດ - 19, ພ້ອມທັງແບ່ງປັນບົດຮຽນປະສົບການໃນການຮັບມືກັບໂລກລະບາດໂຄວິດ - 19 ຢູ່ບັນດາເວທີປາໄສຫຼາຍຝ່າຍສະຫະພັນລັດຖະສະພາ

ຄະນະຜູ້ແທນ ສະພາແຫ່ງຊາດ ຫວຽດນາມ ກໍ່ສະເໜີໃຫ້ອົງການອະນາໄມໂລກ ພ້ອມກັບບັນດາປະເທດ ຊຸກຍູ້ການພົວພັນຄູ່ຮ່ວມມື, ຮ່ວມມືກັນຖ່າຍທອດເຕັກໂນໂລຢີຜະລິດວັກຊິນ ແລະ ບຳລຸງສ້າງ ເພື່ອຍົກສູງກຳລັງຄວາມສາມາດໃນການຮັບມືກັບໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ