ຫວຽດນາມ ເຂົ້າຮ່ວມເວທີປາໄສທາງອອນລາຍສະມາຊິກລັດຖະສະພາໜຸ່ມ, IPU 142

(VOVWORLD) -ຍາມໃດຫວຽດນາມ ກໍ່ສົ່ງເສີມໃຫ້ບັນດາສສຊໜຸ່ມເຂົ້າຮ່ວມການເຄື່ອນໄຫວຂອງສະພາແຫ່ງຊາດ.
ຫວຽດນາມ ເຂົ້າຮ່ວມເວທີປາໄສທາງອອນລາຍສະມາຊິກລັດຖະສະພາໜຸ່ມ, IPU 142 - ảnh 1ທ່ານ ດິງກົງຊີ໊, ກຳມະການຜູ້ປະຈຳການກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ
(ພາບ: quochoi.vn)

ຕອນຄ່ຳວັນທີ 17 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ດິງກົງຊີ໊, ກຳມະການຜູ້ປະຈຳການກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ຮອງປະທານຜູ້ປະຈຳການກຸ່ມສະມາຊິກສະພາແຫ່ງຊາດໜຸ່ມຫວຽດນາມຊຸດທີ 14 ໄດ້ເຂົ້າຮ່ວມເວທີປາໄສທາງອອນລາຍ, ກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 142, ດ້ວຍການເຂົ້າຮ່ວມຂອງເກືອບ 30 ປະເທດ.

ທີ່ເວທີປາໄສ, ທ່ານ ດິງກົງຊີ໊ ໃຫ້ຮູ້ວ່າ, ຍາມໃດຫວຽດນາມ ກໍ່ສົ່ງເສີມໃຫ້ບັນດາສສຊໜຸ່ມເຂົ້າຮ່ວມການເຄື່ອນໄຫວຂອງສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດໜຸ່ມຫວຽດນາມ ໄດ້ເຂົ້າຮ່ວມການປຶກສາຫາລືກ່ຽວກັບບັນດາບັນຫາໃນການສ້າງກົດໝາຍ, ຍົກອອກທັດສະນະ, ມູມມອງຂອງຊາວໜຸ່ມ ແລະ ໄຈ້ແຍກຜົນກະທົບຂອງນະໂຍບາຍສຳລັບໄວໜຸ່ມ. ເລື່ອງຊຸກຍູ້ການມອບສິດ ແລະ ການເຂົ້າຮ່ວມຂອງຊາວໜຸ່ມເຂົ້າໃນການສ້າງແຜນກຳນົດນະໂຍບາຍ, ກົດໝາຍ ແລະ ບຳລຸງສ້າງໃຫ້ຊາວໜຸ່ມກາຍເປັນບັນດາຜູ້ນຳພາຢ່າງມີປະສິດທິຜົນ. ທ່ານ ດິງກົງຊີ໊ ເນັ້ນໜັກວ່າ, ໃນຈຳນວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV, ມີຜູ້ອອກສະໝັກຮັບເລືອກຕັ້ງ 224 ຄົນແມ່ນລຸ້ນໜຸ່ມ (ອາຍຸຕ່ຳກວ່າ 40 ປີ), ກວມເອົາ 20%.

ຕອບກັບ

ຂ່າວ/ບົດ​ອື່ນ