ຫວຽດ​ນາມ ເຊີດ​ຊູ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ການ​ຮ່ວມ​ມື​ສາ​ກົນ

(VOVWORLD) -ປະຊາຄົມສາກົນ ຕ້ອງມີການປ່ຽນແປງຈິນຕະນາການໂດຍພື້ນຖານ, ກຳນົດໄດ້ວິທີການສຳຜັດກັບບັນດາບັນຫາທົ່ວໂລກ, ໃນນັ້ນ ຖືມະນຸດເປັນໃຈກາງຂອງທຸກຄວາມມານະພະຍາຍາມພັດທະນາ. 
ຫວຽດ​ນາມ ເຊີດ​ຊູ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ການ​ຮ່ວມ​ມື​ສາ​ກົນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 24 ກັນຍາ, ກ່າວຄຳເຫັນທີ່ວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 77, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ຂໍ້ສັງເກດວ່າ ໂລກພວມຢູ່ໃນໄລຍະ “ບາດລ້ຽວຄັ້ງປະຫວັດສາດ” ເມື່ອສະພາບການສູ້ຢັນກັນ, ປະທະກັນ ແລະ ການກະທຳລະເມີດກົດໝາຍສາກົນສືບຕໍ່ເພີ່ມຂຶ້ນ. ຜົນກະທົບຈາກໂລກລະບາດໂຄວິດ - 19, ການປ່ຽນແປງຂອງດິນຟ້າອາກາດ ພ້ອມດ້ວຍສິ່ງທ້າທາຍຫຼາຍຢ່າງດ້ານຄວາມໝັ້ນຄົງແບບໃໝ່ ພວມນາບຂູ່ເຖິງການຄົງຕົວຂອງມວນມະນຸດ, ຍູ້ຖອຍຄວາມມານະພະຍາຍາມປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG).

ໃນສະພາບການນັ້ນ, ປະຊາຄົມສາກົນ ຕ້ອງມີການປ່ຽນແປງຈິນຕະນາການໂດຍພື້ນຖານ, ກຳນົດໄດ້ວິທີການສຳຜັດກັບບັນດາບັນຫາທົ່ວໂລກ, ໃນນັ້ນ ຖືມະນຸດເປັນໃຈກາງຂອງທຸກຄວາມມານະພະຍາຍາມພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ສະເໜີວ່າ ຕ້ອງລົບລ້າງທ່າອ່ຽງສູ້ຢັນກັນ, ຈິນຕະນາການ “ໄດ້ - ເສຍ”, ແທນທີ່ນັ້ນ ຕ້ອງຊຸກຍູ້ລັດທິຫຼາຍຝ່າຍ ແລະ ການຮ່ວມມືສາກົນຢ່າງເປີດເຜີຍ, ກວມລວມ, ຍຸຕິທຳ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຕ້ອງເຄົາລົບກົດໝາຍສາກົນ ແລະ ເຄົາລົບກົດບັດ ສປຊ. ພ້ອມດຽວກັນນັ້ນ, ຕ້ອງສ້າງກົນໄກຫຼາຍຝ່າຍໃຫ້ໝັ້ນຄົງເຂັ້ມແຂງ ແລະ ມີປະສິດທິຜົນ, ດ້ວຍບົດບາດເປັນໃຈກາງຂອງ ສປຊ, ຊຸກຍູ້ສາຍພົວພັນຄູ່ຮ່ວມມືໃນທົ່ວໂລກ, ໃນນັ້ນ ມີບົດບາດສຳຄັນຂອງບັນດາອົງການຈັດຕັ້ງພາກພື້ນ, ເພື່ອຮັບມືກັບສິ່ງທ້າທາຍລວມ. 

ຕອບກັບ

ຂ່າວ/ບົດ​ອື່ນ