ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄທເປ (ຈີນ) ຍົກເລີກການເຄື່ອນໄຫວຊ້ອມຮົບຜິດກົດໝາຍຢູ່ເກາະ ບາບິ່ງ

(VOVWORLD) -ເລື່ອງ ໄທເປ (ຈີນ) ສືບຕໍ່ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດອ້ອມຂ້າງເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແມ່ນລະເມີດອະທິປະໄຕເຂດນ້ຳແດນດິນຂອງ ຫວຽດນາມ ຢ່າງຮ້າຍແຮງ ສຳລັບໝູ່ເກາະນີ້
ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄທເປ (ຈີນ) ຍົກເລີກການເຄື່ອນໄຫວຊ້ອມຮົບຜິດກົດໝາຍຢູ່ເກາະ ບາບິ່ງ - ảnh 1ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ
(ພາບ: TTXVN)

ວັນທີ 11 ມີນາ, ເມື່ອຕອບຄຳຖາມຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ໄທເປ (ຈີນ) ດຳເນີນການຊ້ອມຮົບຍິງລູກປືນແທ້ຢູ່ເກາະ ບາບິ່ງ, ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ, ຫວຽດນາມ ມີຫຼັກຖານດ້ານນິຕິກຳ ແລະ ພະຍານຫຼັກຖານທາງປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ເລື່ອງ ໄທເປ (ຈີນ) ສືບຕໍ່ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດອ້ອມຂ້າງເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແມ່ນລະເມີດອະທິປະໄຕເຂດນ້ຳແດນດິນຂອງ ຫວຽດນາມ ຢ່າງຮ້າຍແຮງ ສຳລັບໝູ່ເກາະນີ້, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ; ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກ ສັບສົນຂຶ້ນຕື່ມ.

        ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ, ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄທເປ (ຈີນ) ຍົກເລີກການເຄື່ອນໄຫວຊ້ອມຮົບຢ່າງຜິດກົດໝາຍດັ່ງກ່າວ ແລະ ຮຽກຮ້ອງບໍ່ປະຕິບັດການຊ້ອມຮົບໃນອະນາຄົດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ