ຫວຽດ​ນາມ ເນັ້ນ​ໜັກ​ ຕ້ອງ​ເຄົາ​ລົບ ແລະ ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ຫ້າມ​ນຳ​ໃຊ້​ອາ​ວຸດ​ເຄ​ມີ ຢ່າງ​ຄົບ​ຖ້ວນ

(VOVWORLD) -   ວັນທີ 4 ສິງຫາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມ, ປຶກສາຫາລືກ່ຽວກັບການປະຕິບັດມະຕິເລກທີ 2118 (2013) ເຊິ່ງມີສ່ວນກ່ຽວຂ້ອງເຖິງບັນຫາອາວຸດເຄມີຢູ່ ຊີຣີ. 
ຫວຽດ​ນາມ ເນັ້ນ​ໜັກ​ ຕ້ອງ​ເຄົາ​ລົບ ແລະ ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ຫ້າມ​ນຳ​ໃຊ້​ອາ​ວຸດ​ເຄ​ມີ ຢ່າງ​ຄົບ​ຖ້ວນ - ảnh 1ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມ, ປຶກສາຫາລືກ່ຽວກັບບັນຫາອາວຸດເຄມີຢູ່ ຊີຣີ (ພາບ: ນັກຂ່າວ VOV ປະຈຳ ອາເມລິກາ)

 ຢູ່ກອງປະຊຸມ, ບັນດາສະມາຊິກສະພາຄວາມໝັ້ນຄົງ ສປຊ ກໍໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາຄຳກ່າວຫາການນຳໃຊ້ອາວຸດເຄມີ ຢູ່ ຊີຣີ ແລະ ຮຽກຮ້ອງໃຫ້ ເພີ່ມທະວີການຮ່ວມມື ເພື່ອສະກັດກັ້ນການກະທຳດັ່ງກ່າວ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຫຼັກໝັ້ນຂອງ ຫວຽດນາມ ໃນການກ່າວປະນາມການກະທຳນຳໃຊ້ອາວຸດເຄມີ ແລະ ເນັ້ນໜັກວ່າ ຕ້ອງເຄົາລົບ ແລະ ປະຕິບັດສົນທິສັນຍາ ຫ້າມນຳໃຊ້ອາວຸດເຄມີ CWC ຢ່າງຄົບຖ້ວນ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຊົມເຊີຍເລື່ອງ ຊີຣີ ແລະ ຄະນະເລຂາ OPCW ທີ່ໄດ້ກຽມພ້ອມດຳເນີນການແລກປ່ຽນຂັ້ນສູງ, ຖືນີ້ແມ່ນໂອກາດເພື່ອຍູ້ແຮງການເຈລະຈາ ມຸ່ງໄປເຖິງການແກ້ໄຂບັນຫາອາວຸດເຄມີຢູ່ ຊີຣີ ຢ່າງຂາດຂັ້ນ. ພ້ອມກັນນັ້ນ, ທ່ານກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືທີ່ມີລັກສະນະສ້າງສັນ ແລະ ເປັນເອກະພາບ ລະຫວ່າງປະຊາຄົມສາກົນ ແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ຄວາມມານະພະຍາຍາມຮ່ວມມືຂອງ OPCW  ແລະ ຊີີຣີ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ