ຫວຽດນາມ ເປັນປະທານກອງປະຊຸມກ່ຽວກັບ ຊູດັງໃຕ້ ຢູ່ສະຫະປະຊາຊາດ

(VOVWORLD) -ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໄດ້ກະຕຸກຊຸກຍູ້ໃຫ້ລັດຖະບານ ຊູດັງໃຕ້ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງເພີ່ມທະວີການຮ່ວມມືກວ່າອີກໃນການຜັນຂະຫຍາຍບັນດາມະຕິກ່ຽວຂ້ອງ ຂອງສະພາຄວາມໝັ້ນຄົງ
ຫວຽດນາມ ເປັນປະທານກອງປະຊຸມກ່ຽວກັບ ຊູດັງໃຕ້ ຢູ່ສະຫະປະຊາຊາດ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ
(ພາບ: TTXVN)

ວັນທີ 18 ມິຖຸນາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ, ປະເທດອາເມລິກາ, ດ້ວຍຖານະເປັນປະທານຄະນະກຳມະການຂຶ້ນກັບຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບ ຊູດັງໃຕ້ (ຄະນະກຳມະການ 2206), ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເປັນປະທານກອງປະຊຸມຂອງຄະນະກຳມະການ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໄດ້ກະຕຸກຊຸກຍູ້ໃຫ້ລັດຖະບານ ຊູດັງໃຕ້ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງເພີ່ມທະວີການຮ່ວມມືກວ່າອີກໃນການຜັນຂະຫຍາຍບັນດາມະຕິກ່ຽວຂ້ອງ ຂອງສະພາຄວາມໝັ້ນຄົງ, ໃນນັ້ນມີມະຕິເລກທີ 2577, ເພື່ອແນໃສ່ມຸ່ງໄປເຖິງເລື່ອງລົບລ້າງຄຳສັ່ງຂວ້ຳບາດຫ້າມອາວຸດສຳລັບ ຊູດັງໃຕ້ ເມື່ອເງື່ອນໄຂອະນຸຍາດ. ນອກນັ້ນ, ຄວນເພີ່ມທະວີການເຈລະຈາ ແລະ ການຮ່ວມມືລະຫວ່າງກຸ່ມນັກຊ່ຽວຊານກ່ຽວກັບ ຊູດັງໃຕ້ (PoE) ກັບ ຊູດັງໃຕ້ ແລະ ບັນດາປະເທດໃນພາກພື້ນ.

        ແລະກໍ່ໃນວັນດຽວກັນ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຈັດກອງປະຊຸມ ແລະ ຮັບຮອງເອົາມະຕິກ່ຽວກັບສະພາບການຢູ່ມຽນມາ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໄດ້ຢ້ຳຄືນຄຳຮຽກຮ້ອງໃຫ້ທຸກຝ່າຍຢູ່ ມຽນມາ ຈົ່ງຢຸດຕິການໃຊ້ຄວາມຮຸນແຮງໂດຍທັນທີ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ, ເລີ່ມເຄື່ອນໄຫວການເຈລະຈາໄກ່ເກ່ຍ.

ຕອບກັບ

ຂ່າວ/ບົດ​ອື່ນ