ຫວຽດ​ນາມ ເປັນ​ປະ​ທານ​ຮ່ວມ​ຄະ​ນະ​ກຳ​ມະ​ການ​ຮ່ວ​ມມື​ລວມ ອາ​ຊຽນ - ສ.ເກົາຫຼີ​ຄັ້ງ​ທີ 9

(VOVWORLD) -ທີ່ກອງປະຊຸມ, ສອງຝ່າຍໄດ້ສຳຫຼວດກວດຄືນສະພາບການຮ່ວມມືຜັນຂະຫຍາຍບັນດາຄຳໝັ້ນສັນຍາຂອງຖະແຫຼງການຮ່ວມຂັ້ນສຸດຍອດ ອາຊຽນ - ສ.ເກົາຫຼີ ເດືອນຕຸລາ 2021 ກໍ່ຄືຄວາມຄືບໜ້າໃນການປະຕິບັດແຜນການກະທຳ 2021 – 2025, ຮັບຮູ້ບັນດາຜົນງານການຮ່ວມມືໃນປີຜ່ານມາ.
ຫວຽດ​ນາມ ເປັນ​ປະ​ທານ​ຮ່ວມ​ຄະ​ນະ​ກຳ​ມະ​ການ​ຮ່ວ​ມມື​ລວມ ອາ​ຊຽນ - ສ.ເກົາຫຼີ​ຄັ້ງ​ທີ 9 - ảnh 1ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ (ພາບ: VOV)

ກອງປະຊຸມຄັ້ງທີ 9 ຄະນະກຳມະການຮ່ວມມືລວມ ອາຊຽນ - ສ.ເກົາຫຼີ (AK JCC) ໄດ້ດຳເນີນໃນວັນທີ 24 ພຶດສະພາ, ຢູ່ສຳນັກງານຄະນະເລຂາ ອາຊຽນ ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ. ໃນຖານະເປັນປະເທດປະສານງານການພົວພັນອາຊຽນ - ສ.ເກົາຫຼີ ອາຍຸການ 2021 – 2024, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ພ້ອມກັບສະຖານທູດ ສ.ເກົາຫຼີ ປະຈຳ ອາຊຽນ Kwon Hee-seog ເປັນປະທານຮ່ວມກອງປະຊຸມ.

ທີ່ກອງປະຊຸມ, ສອງຝ່າຍໄດ້ສຳຫຼວດກວດຄືນສະພາບການຮ່ວມມືຜັນຂະຫຍາຍບັນດາຄຳໝັ້ນສັນຍາຂອງຖະແຫຼງການຮ່ວມຂັ້ນສຸດຍອດ ອາຊຽນ - ສ.ເກົາຫຼີ ເດືອນຕຸລາ 2021 ກໍ່ຄືຄວາມຄືບໜ້າໃນການປະຕິບັດແຜນການກະທຳ 2021 – 2025, ຮັບຮູ້ບັນດາຜົນງານການຮ່ວມມືໃນປີຜ່ານມາ.

ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ ແລະ ບັນດາເພື່ອນຮ່ວມອາຊີບ ອາຊຽນ ລ້ວນແຕ່ຕີລາຄາສູງຄຳໝັ້ນສັນຍາສະໜິດຕິດພັນຢ່າງແໜ້ນແຟ້ນ ແລະ ຍາວນານຂອງ ສ.ເກົາຫຼີ, ພ້ອມທັງສະເໜີການເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດຄືການສຶກສາ ແລະ ບຳລຸງສ້າງ, ການຮ່ວມມືພື້ນຖານໂຄງລ່າງ ແລະ ເຊື່ອມຕໍ່, ຮັດແຄບໄລຍະຫ່າງແຫ່ງການພັດທະນາ, ນະຄອນອັດສະລິຍະ, ພັດທະນາແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ ແລະ ປົກປັກຮັກສາສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ