ຫວຽດ​ນາມ ເປັນ​ເຈົ້າ​ການ​​ຮ່ວມ​ມືກັບ​ສາ​ກົນ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ

(VOVWORLD) -    ດ້ວຍຫົວຂໍ້ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມືກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ”, ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກອຳຂ້າມຊາດ ຄັ້ງທີ 14 ຖືກດຳເນີນໃນລະຫວ່າງວັນທີ 25 – 26 ພະຈິກ ຕາມຮູບການທາງອອນລາຍ.
ຫວຽດ​ນາມ ເປັນ​ເຈົ້າ​ການ​​ຮ່ວມ​ມືກັບ​ສາ​ກົນ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ - ảnh 1 ທ່ານຮອງລັດຖະມົນຕີກະວງຕຳຫຼວດຫວຽດນາມ ເລເຕີ໊ນເຕີ໊ຍ ເປັນປະທານການຖະແຫຼງຂ່າວ (ພາບ: tuoitre.vn)

     ການຈັດຕັ້ງກອງປະຊຸມແມ່ນ ເພື່ອແນໃສ່ປະຕິບັດພັນທະ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ໃນ ອາຊຽນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງປີປະທານໝູນວຽນ ອາຊຽນ 2020 ຂອງ ຫວຽດນາມ; ຢັ້ງຢືນບົດບາດ, ຄວາມຮັບຜິດຊອບສາກົນ, ຄຳໝັ້ນສັນຍາດ້ານການເມືອງຢ່າງແຮງ ແລະ ການເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນການຮ່ວມມືກັບສາກົນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ.

        ທີ່ກອງປະຊຸມ, ລັດຖະມົນຕີຮັບຜິດຊອບກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຂອງບັນດາປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບຕໍ່ບັນດາມາດຕະການເພື່ອຊຸກຍູ້ບັນດາເປົ້າໝາຍທີ່ໄດ້ວາງອອກໃນ ແຜນການດຳເນີນງານ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ ໄລຍະ 2016 – 2025; ພ້ອມທັງຮັບຮູ້ ແລະ ຮັບຮອງເອົາບັນດາເອກະສານກ່ຽວກັບຂໍ້ລິເລີ່ມ, ແນວຄວາມຄິດຂອງບັນດາປະເທດສະມາຊິກໃນກົນໄກການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ. ສິ້ນສຸດກອງປະຊຸມຄົບຄະນະ, ລັດຖະມົນຕີຮັບຜິດຊອບກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຂອງບັນດາປະເທດ ອາຊຽນ ຈະພ້ອມກັນຮັບຮອງເອົາຖະແຫຼງການຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ