ຫວຽດ​ນາມ​ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າ​ວ​ສານກັບ​ບັນ​ດາ​ປະ​ເທດກ່ຽວ​ກັບອາດ​ຊະ​ຍາ​ກຳ, ​ກາ​ນປະ​ຕິ​ບັດ​ກົດ​ໝາຍ​

(VOVWORLD) -ຕອນບ່າຍວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ Saleh Adibi ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດອິດສະລາມ ອີຣານ ເນື່ອງໃນໂອກາດ ທ່ານມາຮັບຕຳແໜ່ງໃຫມ່ ຢູ່ ຫວຽດນາມ. 

ຫວຽດ​ນາມ​ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າ​ວ​ສານກັບ​ບັນ​ດາ​ປະ​ເທດກ່ຽວ​ກັບອາດ​ຊະ​ຍາ​ກຳ, ​ກາ​ນປະ​ຕິ​ບັດ​ກົດ​ໝາຍ​ - ảnh 1ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມໃຫ້ການຕ້ອນຮັບທ່ານ Saleh Adibi ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດອິດສະລາມ ອີຣານ

(ພາບ: bocongan.gov.vn)

ທ່ານລັດຖະມົນຕີ ໂຕເລິມ ສະເໜີໃຫ້ ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ ແລະ ຮ່ວມມືໃນການປະຕິບັດກົດໝາຍທາງອາຍາ ລະຫວ່າງ ສອງປະເທດ, ແລກປ່ຽນປະສົບການໃນການປະຕິບັດກົດໝາຍ, ຂໍ້ມູນຂ່າວສານອາດຊະຍາກຳ, ສົມທົບກັນຕໍ່ສູ້ກັບອາດຊະຍາກຳປະເພດຕ່າງໆ…ຊຸກຍູ້ການຮ່ວມມືໃນຂົງເຂດຍົກສູງກຳລັງຄວາມສາມາດດ້ານວິຊາການ ແລະ ພາສາ, ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ ແລະ ສົມທົບກັນສະໜັບສະໜູນ, ຊ່ວຍເຫຼືອກັນຢູ່ບັນດາເວທີປາໄສຫຼາຍຝ່າຍ…

        ທ່ານ Saleh Adibi ໄດ້ຢັ້ງຢືນວ່າ ໃນຖານະຕຳແໜ່ງຂອງຕົນ, ຕົນທ່ານເອງຈະເປັນ ຂົວເຊື່ອມຕໍ່ປະກອບສ່ວນເພີ່ມພູນຄູນສ້າງ ແລະ ຊຸກຍູ້ການພົວພັນລະຫວ່າງສອງປະເທດ ອີຣານ ແລະ ຫວຽດນາມ , ລະຫວ່າງບັນດາອົງການທີ່ກ່ຽວຂ້ອງ, ອົງການປະຕິບັດກົດໝາຍ ອີຣານ ແລະ ກະຊວງຕຳຫຼວດ ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.

        ທີີ່ການຕ້ອນຮັບທ່ານ Sampath Prasanna Walpita Gamage ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດ ສີລັງກາ, ທ່ານ ໂຕເລິມ ໄດ້ສະເໜີວ່າ ໃນໄລຍຈະມາເຖິງ, ສອງຝ່າຍຄວນເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານທາງອາດຊະຍາກຳ, ສົມທົບກັນດ້ານວິຊາການ, ສົມທົບກັນຕໍ່ສູ້ກັບບັນດາຄະດີ, ຮັກສາການແລກປ່ຽນຄະນະຜູ້ແທນ, ຜັນຂະຫຍາຍບົດບັນທຶກຊ່ວຍຈຳທີ່ໄດ້ຮັບການລົງນາມແລ້ວລະຫວ່າງ ວິທະຍາຄານຕຳຫຼວດ ຫວຽດນາມ ແລະ ວິທະຍາຄານ ຕຳຫຼວດ ສີລັງກາ ຢ່າງມີປະສິດທິຜົນ…

ຕອບກັບ

ຂ່າວ/ບົດ​ອື່ນ