ຫວຽດ​ນາມ ເລີ່ມ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19

(VOVWORLD) -  ນັບແຕ່ວັນທີ 8 ມີນາ 2021, ຫວຽດນາມ ເລີ່ມສັກວັກຊິນກັນພະຍາດໂຄວິດ - 19 ຢູ່ 13 ແຂວງ, ນະຄອນ ໃນນັ້ນ ມີນະຄອນໂຮ່ຈີມິນ, ນະຄອນຫຼວງຮ່າໂນ້ຍ ແລະ ແຂວງ ຫາຍເຢືອງ.

ໃນງວດທຳອິດ, ໂຮງໝໍພະຍາດເຂດຮ້ອນນະຄອນໂຮ່ຈີມິນ ຈະສັກວັກນຊິນກັນພະຍາດໂຄວິດ - 19 ຈຳນວນ 900 ໂດສ ໃຫ້ແກ່ພະນັກງານທີ່ເຂົ້າຮ່ວມວຽກງານຕ້ອນຮັບ, ເບິ່ງແຍງ ແລະ ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19 ໂດຍກົງ. ຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາ ດົງແອັງ ຮ່າໂນ້ຍ ກໍມີພະນັກງານ, ແພດໝໍ 100 ຄົນທີ່ເຂົ້າຮ່ວມວຽກງານຕ້ອນຮັບ, ເບິ່ງແຍງ ແລະ ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19 ໂດຍກົງ ກໍຈະໄດ້ຮັບການສັກວັກຊິນເຊັ່ນດຽວກັນ. ແລະ ກໍໃນຕອນເຊົ້າວັນທີ 8 ມີນາ, ແຂວງ ຫາຍເຢືອງ ກໍ່ໄດ້ເລີ່ມສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ບາງເປົ້າໝາຍບຸລິມະສິດໃນງວດທຳອິດ.

ຫວຽດ​ນາມ ເລີ່ມ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 - ảnh 1(ພາບ: VGP)

        ຄາດວ່າ ໃນປີ 2021 ນີ້, ຈະສັກວັກຊິນກັນພະຍາດໂຄວິດ - 19 ຈຳນວນຫຼາຍກວ່າ 100 ລ້ານໂດສ, ນີ້ແມ່ນບັ້ນເຄື່ອນໄຫວສັກວັກຊິນມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ຢູ່ ຫວຽດນາມ.

        ໃນຂະນະນັ້ນ, ຂະແໜງສາທາລະນະສຸກນະຄອນ ດ່າໜັງ  ຫາກໍຈັດຕັ້ງການກວດ ແລະ ຕີລາຄາພູມຕ້ານທານ ໂດຍບໍ່ເສຍຄ່າ ໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19 ຈຳນວນກວ່າ 300 ຄົນ ທີ່ຫາຍດີແລ້ວ ເພື່ອຮັບໃຊ້ໃຫ້ແກ່ການຄົ້ນຄວ້າໃນຂົງເຂດລະບາດວິທະຍາ. 

        ກ່ຽວຂ້ອງເຖິງສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ, ຕາມຂ່າວທີ່ອອກໃນເວລາ 6 ໂມງ ເຊົ້າຂອງວັນທີ 8 ມີນາ ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 7 ມີນາ ຫາເວລາ 6 ໂມງ ຂອງ ວັນທີ 8 ມີນາ, ຫວຽດນາມ ຢັ້ງຢືນບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ. ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 1920 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ມີ 35 ຄົນ ເສຍຊີວິດ.

ທ່ານໝໍ ຫວູມິງດ່ຽນ, ຮອງຫົວໜ້າສູນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ສັກວັກຊິນ, ໂຮງໝໍເຂດຮ້ອນສູນກາງໃຫ້ຮູ້ວ່າ:

        ຖ້າມີເງື່ອນໄຂ, ຈະສັກວັກຊິນໃຫ້ແກ່ ພະນັກງານ, ພາລະກອນການແພດທັງໝົດ, ແຕ່ບໍ່ມີວັກຊິນຄົບຖ້ວນດັ່ງນັ້ນ ຕ້ອງບຸລິມະສິດໃຫ້ແກ່ຜູ້ຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ນີ້ແມ່ນບັນດາຜູ້ເຂົ້າຮ່ວມການປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ - 19 ໂດຍກົງ.

        ແລະກໍ່ຢູ່ຮ່າໂນ້ຍ, ໃນວັນທີ 9 ມີນາ, ພະແນກສາທາລະນະສຸກນະຄອນຮ່າໂນ້ຍ ຈະສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ພະນັກງານການແພດຂອງໂຮງໝໍ ແທັງຍານ, ຫຼັງຈາກນັ້ນຈະສັກວັກຊິນໃຫ້ພະນັກງານ 300 ຄົນຂອງສູນການຄວບຄຸມພະຍາດຮ່າໂນ້ຍ.

ຕາມແຫຼ່ງຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລ້ວ, ນັບແຕ່ເວລາ 06 ໂມງຂອງວັນທີ 08 ມີນາ, ຫາເວລາ 18 ໂມງຂອງວັນດຽວກັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 12 ຄົນ, ໃນນັ້ນ 1 ຄົນຢູ່ແຂວງ ຫາຍເຢືອງ ແລະ 11 ຄົນເປັນຜູ້ເຂົ້າເມືອງ ແລະ ໄດ້ແຍກຕົວໂດຍທັນທີ. ໄລ່ຮອດເວລາ 18 ໂມງ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 2.524, ໃນນັ້ນຜູ້ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.920 ຄົນ ແລະ ຈຳນວນຜູ້ເສຍຊີວິດຍັງແມ່ນ 35 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ