ຫວຽດ​ນາມ ເລືອກ​ເອົາ​ວິ​ທີ​ການ​ສຳ​ຜັດ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ທີ່ກອງປະຊຸມ, ທ່ານ ເຈິ່ນຮົ່ງຮ່າ ໄດ້ສົ່ງສານຮຽກຮ້ອງໃຫ້ ບັນດາປະເທດເປັນເອກະພາບທາງດ້ານຈິນຕະນາການ, ຄວາມຮັບຮູ້ກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງວິກິດການປ່ຽນແປງດິນຟ້າອາກາດ, ລະບົບນິເວດຊຸດໂຊມ.
ຫວຽດ​ນາມ ເລືອກ​ເອົາ​ວິ​ທີ​ການ​ສຳ​ຜັດ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ(ພາບ: CTV/Vietnam+)

ຕອນເຊົ້າວັນທີ 7 ຕຸລາ, ຢູ່ທີ່ກອງປະຊຸມທາງໄກຂັ້ນລັດຖະມົນຕີ, ເວທີປາໄສລັດຖະມົນຕີ ແລະ ເຈົ້າໜ້າທີ່ ສິ່ງແວດລ້ອມ ອາຊີ - ປາຊີຟິກ ຄັ້ງທີ 4, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ: ຫວຽດນາມ ເລືອກເອົາວິທີສຳຜັດກັບການພັດທະນາແບບຍືນຍົງ, ຕັ້ງໜ້າມຸ່ງໄປເຖິງການຫັນປ່ຽນຮູບແບບເສດຖະກິດຂຽວ ແລະ ເສດຖະກິດໝູນວຽນ.

ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ປີ 2020 ພວມສ້າງການປ່ຽນແປງໂດຍພື້ນຖານ ຈາກຄວາມຮັບຮູ້, ຈິນຕະນາການ ຕະຫຼອດຮອດ ການກະທຳ ໃນການພົວພັນກັບທຳມະຊາດ, ກຳນົດ ພື້ນຖານພັດທະນາແບບຍືນຍົງ ຕ້ອງອີງໃສ່ການພັດທະນາ ລະບົບນິເວດທຳມະຊາດ ໃຫ້ມີຄວາມດຸ່ນດ່ຽງ ແລະ ອີງໃສ່ການເຄົາລົບກົດເກນ ຂອງ ພື້ນຖານທຳມະຊາດ.

ທີ່ກອງປະຊຸມ, ທ່ານ ເຈິ່ນຮົ່ງຮ່າ ໄດ້ສົ່ງສານຮຽກຮ້ອງໃຫ້ ບັນດາປະເທດເປັນເອກະພາບທາງດ້ານຈິນຕະນາການ, ຄວາມຮັບຮູ້ກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງວິກິດການປ່ຽນແປງຂອງດິນຟ້າອາກາດ, ລະບົບນິເວດຊຸດໂຊມ. ທ່ານ ເຈິ່ນຮົ່ງຮ່າເນັ້ນໜັກວ່າ: ຕໍ່ສິ່ງທ້າທາຍທີ່ມີລັກສະນະເປັນຕາຍນີ້, ຄວນສ້າງການປ່ຽນແປງທີ່ມີລັກສະນະປະຕິວັດ ກ່ຽວກັບຄວາມຮັບຮູ້ ຈາກຂັ້ນສູງສຸດ ພ້ອມທັງຄວາມສາມັກຄີແລະ ຮ່ວມແຮງຮ່ວມໃຈກັນມີກະທຳຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ