ຫວຽດນາມ ເອົາໃຈໃສ່, ຕິດຕາມສະພາບການສັບສົນຢູ່ເຂດທະເລຂອງບາງປະເທດອາຊຽນຢ່າງໃກ້ຊິດ

(VOVWORLD) -ໂດຍແມ່ນປະເທດຢູ່ແຄມທະເລຕາເວັນອອກ ແລະ ແມ່ນສະມາຊິກຂອງອາຊຽນ, ຫວຽດນາມ ມີຄວາມເອົາໃຈໃສ່, ຕິດຕາມສະພາບການຢ່າງໃກ້ຊິດ.

ຫວຽດນາມ ເອົາໃຈໃສ່, ຕິດຕາມສະພາບການສັບສົນຢູ່ເຂດທະເລຂອງບາງປະເທດອາຊຽນຢ່າງໃກ້ຊິດ - ảnh 1 ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ

(ພາບ: TTXVN)

ວັນທີ 21 ເມສາ, ເມື່ອຕອບຄຳຖາມຂອງສື່ມວນຊົນກ່ຽວກັບຂໍ້ມູນຂ່າວໃນມໍ່ໆມານີ້ທີ່ ກ່ຽວຂ້ອງເຖິງສະພາບການສັບສົນຢູ່ບາງເຂດທະເລຂອງບາງປະເທດອາຊຽນ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ: “ໂດຍແມ່ນປະເທດຢູ່ແຄມທະເລຕາເວັນອອກ ແລະ ແມ່ນສະມາຊິກຂອງອາຊຽນ, ຫວຽດນາມ ມີຄວາມເອົາໃຈໃສ່, ຕິດຕາມສະພາບການຢ່າງໃກ້ຊິດ. ຫວຽດນາມ ປາດຖະໜາຢ່າງຈິງໃຈວ່າ ສິດ, ຜົນປະໂຫຍດອັນຊອບທຳຂອງບັນດາປະເທດທີ່ເໝາະສົມກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຈະໄດ້ຮັບການເຄົາລົບ; ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງມີຄວາມຮັບຜິດຊອບປະຕິບັດກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ສະແດງໃຫ້ເຫັນຄຳໝັ້ນສັນຍາພັດທະນາການພົວພັນມິດຕະພາບລະຫວ່າງບັນດາປະເທດ ແລະ ສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ທະເລຕາເວັນອອກ, ພາກພື້ນ ແລະ ໃນໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ