ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ແລະ ໃກ້ສິດຂອງລັດເຊຍ ຢູ່ ອາຊີ- ປາຊີຟິກ

(VOVWORLD) -ສະພາສະຫະພັນລັດເຊຍ ສະໜັບສະໜູນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ ໃນທຸກດ້ານ
ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ແລະ ໃກ້ສິດຂອງລັດເຊຍ ຢູ່ ອາຊີ- ປາຊີຟິກ - ảnh 1ທີ່ການເຮັດວຽກຂອງ 2 ຝ່າຍ
(ພາບ: TTXVN)

ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov, ວັນທີ 27 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ມີການພົບປະກັບທ່ານຮອງປະທານສະພາສະຫະພັນລັດເຊຍ Konstantin Kosachev. ທີ່ການພົບປະ, ທ່ານ Konstantin Kosachev ຢືນຢັນວ່າ, ສະພາສະຫະພັນລັດເຊຍ ສະໜັບສະໜູນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ ໃນທຸກດ້ານ, ຮ່ວມມືກັນຢ່າງແໜ້ນແຟ້ນຊຸກຍູ້ການໃຫ້ສັດຕະຍາບັນ ແລະ ປະຕິບັດບັນດາຂໍ້ຕົກລົງເຊິ່ງ 2 ປະເທດໄດ້ລົງນາມແລ້ວ, ສືບຕໍ່ສະໜັບສະໜູນຫວຽດນາມ. ທ່ານຮອງປະທານສະພາສະຫະພັນລັດເຊຍ ຢືນຢັນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນໃນການຍູ້ໄວການສະໜອງວັກຊິນ Sputnik V ໃຫ້ແກ່ຫວຽດນາມ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ສະເໜີໃຫ້ສະພາສະຫະພັນລັດເຊຍ ສືບຕໍ່ເປັນຂົວເຊື່ອມຕໍ່ຊ່ວຍໃຫ້ບັນດາທ້ອງຖິ່ນຂອງ 2 ປະເທດຜັນຂະຫຍາຍການຮ່ວມມືຢ່າງລະອຽດ, ແທດຈິງ, ພ້ອມກັນນັ້ນກໍ່ສະໜັບສະໜູນການພົບປະແລກປ່ຽນປະຊາຊົນຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ