ຫວຽດ​ນາມ ແລະ ກຳ​ປູ​ເຈຍ ຈັດ​ຕັ້ງ​ການ​ເຝິກຊ້ອມ ກູ້ໄພ​ກູ້ຊີບ​​ຢູ່​ເຂດ​ຊາຍ​ແດນ​ ຄັ້ງ​ທຳ​ອິດ

(VOVWORLD) -ການເຝິກຊ້ອມກູ້ໄພກູ້ຊີບ ຢູ່ເຂດຊາຍແດນ ປີ 2019 ໂດຍກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ກຳປູເຈຍຈັດຕັ້ງຄັ້ງທຳອິດໃນວັນທີ 18 ທັນວາ, ຢູ່ ຕາແສງ Tuasday, ເມືອງ Chanthrea, ແຂວງ Svay Rieng (ປະເທດກຳປູເຈຍ)ໂດຍມີຜູ້ເຂົ້າຮ່ວມ ປະມານ 800 ຄົນ. 
ຫວຽດ​ນາມ ແລະ ກຳ​ປູ​ເຈຍ ຈັດ​ຕັ້ງ​ການ​ເຝິກຊ້ອມ ກູ້ໄພ​ກູ້ຊີບ​​ຢູ່​ເຂດ​ຊາຍ​ແດນ​ ຄັ້ງ​ທຳ​ອິດ - ảnh 1ທະຫານຫວຽດນາມໄປລາດຕະເວນຢູ່ເຂດຊາຍແດນ (ພາບ: TTXVN) 

ນີ້ແມ່ນ ຂ່າວຄາວທີ່ຍົກອອກມາໃນການແຈ້ງຂ່າວໃຫ້ແກ່ສື່ມວນຊົນໂດຍກົມການເມືອງ, ກອງບັນຊາການ ທະຫານເຂດ 7 ຈັດຕັ້ງໃນຕອນເຊົ້າວັນທີ 13 ທັນວາ. ການເຝິກຊ້ອມເພື່ອແນໃສ່ເພີ່ມທະວີ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີ, ການຮ່ວມມື, ການຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດ ຫວຽດນາມ - ກຳປູເຈຍ, ປະກອບສ່ວນເຂົ້າໃນການຮັກສາ ຄວາມໝັ້ນຄົງດ້ານການເມືອງ, ສ້າງເຂດຊາຍແດນໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ