ຫວຽດນາມ ແລະ ລັດເຊຍ ເພີ່ມທະວີການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ

(VOVWORLD) -ທ່ານນາຍົກລັດຖະມົນຕີ ແລະ ທ່ານເອກອັກຄະລັດຖະທູດລັດເຊຍ ເຫັນດີຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍຄືສະຫະປະຊາຊາດ, ອາຊຽນ…
ຫວຽດນາມ ແລະ ລັດເຊຍ ເພີ່ມທະວີການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ - ảnh 1 ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ຕ້ອນຮັບເອກອັກຄະລັດຖະທູດແຫ່ງສະຫະພັນລັດເຊຍ ປະຈຳຫວຽດນາມ
(ພາບ: VGP)

ຕອນບ່າຍວັນທີ 03 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດແຫ່ງສະຫະພັນລັດເຊຍ ປະຈຳຫວຽດນາມ Bezdetko. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ທ່ານເອກອັກຄະລັດຖະທູດສົ່ງສານເຖິງການນຳຂັ້ນສູງ ກ່ຽວກັບເລື່ອງສືບຕໍ່ໃຫ້ບຸລິມະສິດໜູນຊ່ວຍ ຫວຽດນາມ ກ່ຽວກັບວັກຊິກນກັນໂຄວິດ-19, ຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາສັນຍາສະໜອງວັກຊິນກັນໂຄວິດ-19; ຮ່ວມມືຖ່າຍທອດເຕັກໂນໂລຊີຜະລິດວັກຊິນ, ບັນດາເຄື່ອງອຸປະກອບການແພດ ແລະ ຢາປິ່ນປົວພະຍາດອື່ນໆໃຫ້ແກ່ຫວຽດນາມ… ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ທ່ານເອກອັກຄະລັດຖະທູດຈົ່ງສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ, ວິທະຍາສາດ-ເຕັກນິກ, ການສຶກສາ-ບຳລຸງສ້າງ…

ທ່ານນາຍົກລັດຖະມົນຕີ ແລະ ທ່ານເອກອັກຄະລັດຖະທູດລັດເຊຍ ເຫັນດີຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍຄືສະຫະປະຊາຊາດ, ອາຊຽນ… ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ເນັ້ນໜັກຄວາມສຳຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການປິ່ນຢູ່ພາກພື້ນ ກໍຄືແກ້ໄຂບັນດາການຂັດແຍ້ງກັນກ່ຽວກັບອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານໂດຍສັນຕິວິຖີ ສົມກັບກົດບັດສະຫະປະຊາຊາດ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ