ຫວຽດ​ນາມ ແລະ ລັດ​ເຊຍ ເພີ່ມ​ທະ​ວີ​ການ​ພົວ​ພັນ​ໃນ​ຂົງ​ເຂດ​ສື່ມວນ​ຊົນ

(VOVWORLD) - ທ່ານຜູ້ອຳນວຍການໃຫຍ່ Sergei Mikhailov ຢັ້ງຢືນວ່າ TASS ມີການພົວພັນຢ່າງໃກ້ຊິດສະໜິດແໜ້ນກັບ ຫວຽດນາມ ທີ່ສຸດ, TASS ມີໜ້າຢູ່ ຫວຽດນາມ ນັບແຕ່ປີ 1964 ມາຮອດປັດຈຸບັນ.
ຫວຽດ​ນາມ ແລະ ລັດ​ເຊຍ ເພີ່ມ​ທະ​ວີ​ການ​ພົວ​ພັນ​ໃນ​ຂົງ​ເຂດ​ສື່ມວນ​ຊົນ - ảnh 1ທ່ານເອກອັກຄະລັດຖະທູດ ດັ່ງມິງຄອຍ ຖ່າຍຮູບກັບຄະນະການນຳສຳນັກຂ່າວສານ TASS (ພາບ: TTXVN)

ວັນທີ 1 ມິຖຸນາ, ຢູ່ສຳນັກງານສຳນັກຂ່າວສານ TASS ຢູ່ນະຄອນຫຼວງ ມົດສະກູ, ທ່ານ ດັງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ໄດ້ມີການເຮັດວຽກ ກັບຄະນະການນຳສຳນັກຂ່າວສານຂອງປະເທດ ລັດເຊຍ.

ທ່ານຜູ້ອຳນວຍການໃຫຍ່ Sergei Mikhailov ຢັ້ງຢືນວ່າ TASS ມີການພົວພັນຢ່າງໃກ້ຊິດສະໜິດແໜ້ນກັບ ຫວຽດນາມ ທີ່ສຸດ, TASS ມີໜ້າຢູ່ ຫວຽດນາມ ນັບແຕ່ປີ 1964 ມາຮອດປັດຈຸບັນ. TASS ມີການພົວພັນຢ່າງສະໜິດແໜ້ນກັບສຳນັກຂ່າວສານຫວຽດນາມ, ສອງຝ່າຍໄດ້ກຳນົດໂຄງການຮ່ວມມືໃຫຍ່ກ່ອນໄລຍະເກີດພະຍາດໂຄວິດ - 19 ແລະ ພວມຊອກຫາວິທີການເພື່ອຟື້ນຟູໂຄງການນີ້.

ສ່ວນທ່ານເອກອັກຄະລັດຖະທູດ ດັງມິງຄອຍ ໃຫ້ຮູ້ວ່າ ທ່ານຫວັງວ່າ TASS ແລະ ສຳນັກຂ່າວສານ ຫວຽດນາມ ຈະສືບຕໍ່ເພີ່ມທະວີການພົວພັນຢ່າງແໜ້ນແຟ້ນ, ພ້ອມທັງ TASS ອາດຈະຊ່ວຍບຳລຸງສ້າງນັກຂ່າວໃຫ້ແກ່ ຫວຽດນາມ. ທ່ານກໍ່ຫວັງວ່າ TASS ຈະລົງຂ່າວກ່ຽວກັບ ຫວຽດນາມ ກໍ່ຄືການພົວພັນລະຫວ່າງ ຫວຽດນາມ ແລະ ລັດເຊຍ ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ