ຫວຽດນາມ ແລະ ລາວ ເພີ່ມທະວີ ການຮ່ວມມືກ່ຽວກັບຂົງເຂດທະນາຄານ

ຫວຽດນາມ ແລະ ລາວ ເພີ່ມທະວີ ການຮ່ວມມືກ່ຽວກັບຂົງເຂດທະນາຄານ - ảnh 1
( ພາບປະກອບ )

(vovworld) -     ວັນ​ທີ 15/8, ທະນາຄານ​ການ​ຄ້າ​ຫຸ້ນສ່ວນ​​ໄຊ​ງ່ອນ - ຮ່າ​ໂນ້ຍ SHB ຈັດ​ ພິທີ​ເປີດ​ສະໜອງ​ສາຂາ​ຢູ່​ແຂວງ​ຈຳ​ປະ​ສັກ, ທາງ​ພາກ​ໃຕ້​ຂອງ​ລາວ. ນີ້​ແມ່ນ​ທະນາຄານ​ ຫວຽດນາມ ແຫ່ງ​ທຳອິດ​ທີ່ເປີດ​ຫ້ອງການ​ຕາງໜ້າ​ຢູ່ແຂວງ​ຈຳ​ປະ​ສັກ ​ແລະ ​ແມ່ນ​ທະນາຄານ​ທີ 4 ​ເຄື່ອນ​ໄຫວ​ຢູ່​ລາວ. ກ່າວ​ຄຳ​ເຫັນ​ທີ່​ພິທີເປີດ​ສະໜອງ, ທ່ານ Nguyen Van Le ຜູ້ອຳນວຍການ​ໃຫຍ່ SHB ​ໃຫ້​ຮູ້​ວ່າ SHB ຈະ​ນຳ​ບັນດາ​ຜະລິດ​ຕະພັນ, ການ​ບໍລິການ​ທະນາຄານ​ທີ່​ສະດວກ ​ແລະ ມີ​ຄຸນ​ນະພາ​ບ ມາ​​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ລາວ​. SHB ຈະ​​ຮຽງ​ບ່າ​ຮຽນ​ໄຫຼ່​ ​ແລະ ໜູນຊ່ວຍບັນດາ​ວິ​ສາ​ຫະກິດ​ຫວຽດນາມ ພິ​ເສດ​​ແມ່ນ​ລູກ​ຄ້າ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ SHB ທີ່​ພວມ​ລົງທຶນ​ຢູ່​ລາວ.
ຂ່າວ/ບົດ​ອື່ນ