ຫວຽດນາມ ແລະ ລາວ ເພີ່ມທະວີສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ, ພາກພື້ນ

(VOVWORLD) - ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການຕ່າງປະເທດ ສອງປະເທດໄລຍະ 2021 – 2025 ຢ່າງມີປະສິດທິຜົນ
ຫວຽດນາມ ແລະ ລາວ ເພີ່ມທະວີສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ, ພາກພື້ນ - ảnh 1ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ
(ພາບ:ກະຊວງການຕ່າງປະເທດຫວຽດນາມ)

ວັນທີ 25 ພະຈິກ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂ່ຳນັບ, ເນື່ອງໃນໂອກາດມາ ຫວຽດນາມ ເປັນປະທານຮ່ວມກອງປະຊຸມປືກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 7, ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕີລາຄາສູງໝາກຜົນຂອງການຮ່ວມມືລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ.

        ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີວ່າ: ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການຕ່າງປະເທດ ສອງປະເທດໄລຍະ 2021 – 2025 ຢ່າງມີປະສິດທິຜົນ; ເນັ້ນໜັກໃນສະພາບການພາກພື້ນ ແລະ ໂລກມີການຜັນແປທີ່ສັບສົນ, ສອງຝ່າຍຄວນເພີ່ມທະວີສົມທົບທາງດ້ານຫຼັກໝັ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ອະນຸພາກພື້ນ. ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍຢ່າງສຸດຂີດເພື່ອໃຫ້ ລາວ ປະຕິບັດສຳເລັດບົດບາດເປັນປະທານ ອາຊຽນ ໃນປີ 2024.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 25 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ຈັດກອງປະຊຸມປືກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 7 ພາຍໃຕ້ການເປັນປະທານຮ່ວມຂອງທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ສປປ ລາວ ໂພໄຊ ໄຂຄຳພິທູນ.

ຕອບກັບ

ຂ່າວ/ບົດ​ອື່ນ