ຫວຽດ​ນາມ ແລະ ລາວ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການທູດ

(VOVWORLD) -ທີ່ການເຮັດວຽກ, ລັດຖະມົນຕີສອງທ່ານໄດ້ຢັ້ງຢືນສືບຕໍ່ສົມທົບກັນຜັນຂະຫຍາຍຂໍ້ຕົກລົງການຮ່ວມມືລະຫວ່າງ ສອງຝ່າຍໄລຍະ 2021 – 2025 ຢ່າງມີປະສິດທິຜົນ.
ຫວຽດ​ນາມ ແລະ ລາວ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການທູດ - ảnh 1ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເຮັດວຽກກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: baoquocte)

ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ຕອນບ່າຍວັນທີ 27 ມິຖຸນາ 2021, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ມີການເຮັດວຽກກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ.

ທີ່ການເຮັດວຽກ, ລັດຖະມົນຕີສອງທ່ານໄດ້ຢັ້ງຢືນສືບຕໍ່ສົມທົບກັນຜັນຂະຫຍາຍຂໍ້ຕົກລົງການຮ່ວມມືລະຫວ່າງ ສອງຝ່າຍໄລຍະ 2021 – 2025 ຢ່າງມີປະສິດທິຜົນ. ສອງຝ່າຍກໍ່ຜັນຂະຫຍາຍໂຄງການດຳເນີນງານຮ່ວມມືທາງດ້ານການທູດເສດຖະກິດ ໄລຍະ 2020 – 2025 ຢ່າງມີປະສິດທິຜົນ ແລະ ສືບຕໍ່ສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ອະນຸພາກພື້ນ

ຕອບກັບ

ຂ່າວ/ບົດ​ອື່ນ