ຫວຽດ​ນາມ ແລະ ລາວ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ບັນ​ຫາ​ການ​ຊ່ວຍ​ເຫຼືອ​ສັງ​ຄົມ

(VOVWORLD) -ຕອນເຊົ້າວັນທີ 30 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕ້ອນຮັບທ່ານນາງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ໃບຄຳ ຂັດຕິຍະ, ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມລັດຖະມົນຕີ ພິເສດ ກ່ຽວກັບແຮງງານ, ສະຫວັດດີການສັງຄົມ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ - ລາວ ຢູ່ ຫວຽດນາມ.
ຫວຽດ​ນາມ ແລະ ລາວ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ບັນ​ຫາ​ການ​ຊ່ວຍ​ເຫຼືອ​ສັງ​ຄົມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຕ້ອນຮັບທ່ານນາງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ໃບຄຳ ຂັດຕິຍະ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຫວັງວ່າ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ພ້ອມກັບ ກະຊວງແຮງງານ - ສະຫວັດດີການສັງຄົມລາວ ຈະສືບຕໍ່ຄົ້ນຄ້ວາ, ສ້າງການກຳນົດທິດຍຸດທະສາດກ່ຽວກັບການຮ່ວມມືດ້ານແຮງງານ - ສັງຄົມ ໃຫ້ເໝາະສົມກັບສະພາບການຂອງແຕ່ລະປະເທດ, ພາກພື້ນ ແລະ ໂລກ ປັດຈຸບັນ; ແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ໜູນຊ່ວຍເຊິ່ງກັນແລະກັນ ທາງດ້ານກົດໝາຍ ນະໂຍບາຍ ແລະ ລາຍການກ່ຽວກັບການຄຸ້ມຄອງຕະຫຼາດແຮງງານ, ວຽກເຮັດງານທຳ, ແຮງງານເຄື່ອນຍ້າຍ ກໍ່ຄືບັນຫາໜູນຊ່ວຍສັງຄົມອື່ນ. ນອກຈາກນັ້ນ, ສອງຝ່າຍສືບຕໍ່ຮ່ວມມືກັນຍົກສູງທັກສະ, ໜູນຊ່ວຍກັນເຂົ້າຮ່ວມການປະກວດສີມືແຮງງານ ອາຊຽນ, ໂລກ; ເພີ່ມທະວີສົມທົບກັນຢ່າງແໜ້ນແຟ້ນໃນການແລກປ່ຽນຂໍ້ມູນຂ່າວສານ, ສົນທະນາ ນະໂຍບາຍ, ປຶກສາຫາລື, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ເວທີປາໄສໂລກ ແລະ ພາກພື້ນ.

ສ່ວນທ່ານນາງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ໃບຄຳ ຂັດຕິຍະ ກໍ່ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ໄດ້ຜັນຂະຫຍາຍ, ຊຸກຍູ້ການຮ່ວມມືໃນໄລຍະເວລາເກີດພະຍາດໂຄວິດ - 19 ຢ່າງມີໄຫວພິບ.

ຕອບກັບ

ຂ່າວ/ບົດ​ອື່ນ